VOV WorldVOV World
ຫວຽດນາມບຸລິມະສິດຊຸກຍູ້ສິດທິມະນຸດຂອງກຸ່ມຄົນມີຄວາມສ່ຽງ
23/07/2020 10:17
(VOVWORLD) - ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ສະຫງວນບຸລິມະສິດໃຫ້ບັນດາກຸ່ມຄົນມີຄວາມສ່ຽງໃນສັງຄົມ ແລະ ສືບຕໍ່ມານະພະຍາຍາມຟື້ນຟູເສດຖະກິດພາຍຫລັງໂລກລະບາດໂຄວິດ 19, ມຸ່ງໄປເຖິງປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ຂອງສະຫະປະຊາຊາດຢ່າງສຳເລັດຜົນ. ນັ້ນແມ່ນຄຳຢືນຢັນໂດຍມີພື້ນຖານຕົວຈິງຂອງຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມຄັ້ງທີ 44 ຂອງສະພາສິດທິມະນຸດ ສປຊ ຊື່ງຫາກໍ່ດຳເນີນໄປຢູ່ ເຊີແນວ. ທີ່ບັນດາວາລະປຶກສາຫາລືຂອງສະພາສິດທິມະນຸດກ່ຽວກັບຜົນກະທົບຈາກໂລກລະບາດໂຄວິດ 19 ແລະການປ່ຽນແປງຂອງດິນຟ້າອາກາດສຳລັບບາງ ກຸ່ມຄົນມີຄວາມສ່ຽງໃນສັງຄົມ, ຄະນະຜູ້ແທນຫວຽດນາມ ຢືນຢັນວ່າ ຫວຽດນາມໄດ້ສ້າງຫລາຍນະໂຍບາຍ ແລະບັນລຸໄດ້ຫລາຍໝາກຜົນແທ້ຈິງໃນການປົກປ້ອງ ແລະຊຸກຍູ້ສິດທິມະນຸດ ພິເສດ ແມ່ນກຸ່ມຄົນຖືກຄວາມສ່ຽງສູງກວ່າໝູ່ໃນສັງຄົມ ຖືກຕ້ອງຕາມຄຳໝັ້ນສັນຍາຂອງຫວຽດນາມມໃນບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດ.
ຫວຽດນາມບຸລິມະສິດຊຸກຍູ້ສິດທິມະນຸດຂອງກຸ່ມຄົນມີຄວາມສ່ຽງ
   ທ່ານນາງ ເລທິຕວຽດມາຍ ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມຢູ່ ເຊີແນວ ພາບ:TTXVN
TAG
VOV/VOVworld/ການ​ເມືອງ/ມາ​ນະ​ພະ​ຍາ​ຍາມ/ກຸ່ມຄົນ