VOV WorldVOV World
ອີ​ຢູ-ຈີນ ເຈ​ລະ​ຈາ​ເພື່ອ​ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ
01/04/2022 11:12
(VOVWORLD) - ວັນທີ 1 ເມສາ, ກອງປະຊຸມສຸດຍອດສະຫະພາບ ເອີລົບ (ອີຢູ) ແລະ ຈີນ ໄດ້ດຳເນີນແບບທາງໄກ. ໃນສະພາບການທີ່ການພົວພັນລະຫວ່າງຈີນ-ອີຢູ ຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງທາງດ້ານການເມືອງ, ການຕ່າງປະເທດ, ໂດຍສະເພາະແມ່ນເມື່ອເກີດການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ, ອີກເທື່ອໜຶ່ງ, ກອງປະຊຸມຄັ້ງນີ້ ເປັນສິ່ງພິສູດໃຫ້ແກ່ການພົວພັນສອງຝ່າຍ.
  (ພາບປະກອບ: politico.eu )     ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ພິຈາລະນາໂຄງການດຳເນີນງານຮອບດ້ານ, ລວມທັງການພົວພັນດ້ານການຄ້າ ແລະ ການລົງທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ດີຈີຕອນ, ສິດທິມະນຸດ, ການຟື້ນຟູເສດຖະກິດຫຼັງໂລກລະບາດກໍ່ຄືບັນດາບັນຫາພາກພື້ນ. ນອກຈາກການພົວພັນລະຫວ່າງ ຈີນ-ລັດເຊຍ ແລະ ການປະທະກັນຢູ່ ຢູແກຼນ, ໂຄງການດຳເນີນງານ ທີ່ກອງປະຊຸມສຸດຍອດ ອີຢູ-ຈີນ ກໍ່ລວມທັງການແກ່ງແຍ້ງດ້ານການຄ້າກັບ ລິດວາ, ຄຳກ່າວຫາຂອງຝ່າຍຕາເວັນຕົກກ່ຽວກັບບັນຫາ ຊິນແຈງ  ແລະ ໄທເປ (ຈີນ).   ທ່ານ Josep Borrell, ເຈົ້າໜ້າທີ່ຂັ້ນສູງຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ອີຢູ (ພາບ: THX/TTXVN )
TAG
VOV/VOVworld/ອີ​ຢູ-ຈີນ/ເຈ​ລະ​ຈ/​ຄວາມບໍ່​ລົງ​ລອຍ​ກັນ/ທ່ານ Josep Borrell/ໄທເປ