VOV WorldVOV World
ຮີບຟ້າວສ້າງໃຫ້ສຳເລັດ ຕໍ່ເລື່ອງນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ
22/04/2020 07:56
(VOVWORLD) - ຕອນບ່າຍວັນທີ 21 ເມສາ ທີ່ຮ່າໂນ້ຍ, ຄະນະປະຈຳກຳມາທິການ ການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມກວດສອບໃນເບື້ອງຕົ້ນກ່ຽວກັບເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA), ສັນຍາອາລັກຂາການລົງທຶນ (EVIPA).
ຮີບຟ້າວສ້າງໃຫ້ສຳເລັດ ຕໍ່ເລື່ອງນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ
ໃນຂະນະນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ພວມຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນ ເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ໃນການຊອກຫາຕະຫລາດ, ເປີດກ້ວາງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ - ອີຢູ.         ເພື່ອປະຕິບັດໃຫ້ມີປະສິດທິຜົນ, ຍາດແຍ່ງກາລະໂອກາດ ຊື່ງສັນຍາ EVFTA ນຳມາໃຫ້ນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກຳນົດມີ 3 ໜ້າທີ່ສຳຄັນຕ້ອງປະຕິບັດໃຫ້ສຳເລັດ ນັ້ນແມ່ນ: ວຽກງານສ້າງກົດໝາຍ; ສ້າງໂຄງການດຳເນີນງານ ແລະ ໂຄສະນາ, ເຜີຍແຜ່ກ່ຽວກັບສັນຍາ EVFTA.
TAG
VOV/VOVworld/ຮີບຟ້າວ/ສັນຍາ EVFTA/ສິນ​ຄ້າ/ອີ​ຢູ