VOV WorldVOV World
ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ປະ​ທານ​ປະ​ເທດ ປະ​ສົບ​ຜົນ​ສຳ​ເລັດ​ ນັບ​ທັງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ
20/10/2023 07:39
(VOVWORLD) - ວັນທີ 20 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສິ້ນສຸດການເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດ ເວທີປາໄສການຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3, ຢູ່ ປັກກິ່ງ, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດ ສາທາລະນະລັດປະຊາຊົນ ຈີນ ສີຈີ້ນຜິງ. ໝາກຜົນຂອງການປະຕິບັດງານໄດ້ຊີ້ໃຫ້ເຫັນ ການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການເພີ່ມທະວີການຮ່ວມມື ແລະ ຮ່ວມສຳພັນເສດຖະກິດໃນພາກພື້ນ ແລະ ໃນທົ່ວໂລກ. ພ້ອມດຽວກັນນັ້ນ, ໄດ້ປັບປຸງການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ກັບບັນດາປະເທດຄູ່ຮ່ວມມື.
ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ປະ​ທານ​ປະ​ເທດ ປະ​ສົບ​ຜົນ​ສຳ​ເລັດ​ ນັບ​ທັງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ
ທ່ານປະທານປະເທດ ຫວໍວັນເຖືອງ ເດີນທາງກັບຄືນເມືອປະເທດ (ພາບ: TTXVN)
TAG
VOV/VOVworld/ໜຶ່ງ​ແລວ/ໜຶ່ງ​ເສັ້ນ​ທາງ/ເວ​ທີ​ປາ​ໄສ​/ຮ່ວມ​ມື/ປະ​ທານ​ປະ​ເທດ