ການເຂົ້າຮ່ວມສະພາຄວາມໝັ້ນຄົງ ສປຊ ຊ່ວຍຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ
27/05/2019 08:26
(VOVWORLD) - ຫວຽດນາມ ສືບຕໍ່ຮັບສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ພາຍຫຼັງໄດ້ຮັບດໍາລົງຕໍາແໜ່່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008 – 2009 ດ້ວຍບັນດາການປະກອບສ່ວນຢ່າງແທດຈິງ ແລະ ເປັນທີ່ຍອມຮັບ ແລະ ຕີລາຄາສູງຈາກເພື່ອນມິດສາກົນ. ເລື່ອງສືບຕໍ່່ຮັບສະໝັກເລືອກຕັ້ງ ສະແດງໃຫ້ເຫັນວ່າ ຄວາມປາດຖະໜາຢາກເຊື່ອມໂຍງທີ່ນັບມື້ນັບເລິກເຊິ່ງກວ້າງຂວາງ, ກາຍເປັນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ສືບຕໍ່ປະກອບສ່ວນຢ່າງໃຫຍ່ຫຼວງກວ່າເຂົ້າໃນການສ້າງສັນຕິພາບ, ພັດທະນາ ແລະ ວັດທະນາຖາວອນໃນໂລກ ຂອງຫວຽດນາມ.

ໂດຍເປັນໜຶ່ງໃນ 6 ອົງການຫຼັກຂອງ ສະຫະປະຊາຊາດ, ສະພາຄວາມໝັ້ນຄົງ ໄດ້ຮັບການມອບໝາຍໜ້າທີ່ຈາກບັນດາປະເທດສະມາຊິກວ່າ ແມ່ນອົງການຮັບຜິດຊອບຕົ້ນຕໍໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ສະພາຄວາມໝັ້ນຄົງ ລວມມີ 15 ສະມາຊິກ: 5 ສະມາຊິກປະຈໍາ (ຄື: ຈີນ, ຝລັ່ງ, ລັດເຊຍ, ອັງກິດ ແລະ ອາເມລິກາ) ແລະ 10 ສະມາຊິກບໍ່ປະຈໍາ ມີອາຍຸການເປັນເວລາ 02 ປີ ໂດຍ ສະມັດຊາໃຫຍ່ ສະຫະປະຊາຊາດ ເລືອກຕັ້ງ. 10 ທີ່ນັ່ງ ບໍ່ປະຈໍາການສະພາຄວາມໝັ້ນຄົງ ແມ່ນໄດ້ຈັດແບ່ງຕາມຂົງເຂດພູມມີປະເທດ.
TAG
VOV/VOVworld/ສະພາຄວາມໝັ້້ນຄົງ/ກໍາມະການ/ທີ່ຕັ້ງບົດບາດ/ ຫວຽດນາມ/ຮັບສະໝັກເລືອກຕັ້ງ
Related








