ການກະທຳອັນສູງສົ່ງ ແລະ ຈົບງາມຂອງບັນດານັກຊ່ຽວຊານ ຫວຽດນາມ ໃນການຊ່ວຍເຫຼືອຟື້ນຟູ ກຳປູເຈຍ
15/07/2019 09:14
(VOVWORLD) -ທ້າຍອາທິດຜ່ານມາ, ກຳລັງນັກຊ່ຽວຊານ ຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດ ກຳປູເຈຍ ໄລຍະປີ 1979 – 1989 ໄດ້ມີຄວາມເປັນກຽດຕ້ອນຮັບຫຼຽນໄຊ ຊາວວາງ (ດາວຄຳ)ໂດຍພັກ, ລັດ ຫວຽດນາມ ມອບໃຫ້. ນີ້ແມ່ນ ລາງວັນອັນສູງສົ່ງ ແລະ ໃຫຍ່ຫຼວງຂອງພັກ, ລັດ ຫວຽດນາມເພື່ອແນໃສ່ ຮັບຮູ້, ຕີລາຄາສູງຄຸນງາມຄວາມດີອັນໃຫຍ່ຫຼວງ, ຜົນງານທີ່ດີເດັ່ນຂອງກຳລັງນັກຊ່ຽວຊານ ຫວຽດນາມ ທີ່ມີຕໍ່ປະເທດຊາດ ແລະ ປະຊາຊົນກຳປູເຈຍ. ດ້ວຍການຊ່ວຍເຫຼືອທີ່ໂປ່ງໃສ, ມີຄວາມເປັນທຳຂອງບັນດານັກຊ່ຽວຊານ ຫວຽດນາມນັ້ນ ໄດ້ປະກອບສ່ວນຊ່ວຍໃຫ້ປະຊາຊົນ ກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດອັນທີສອງແມ່ນ ຄວາມອຶດຫິວທຸກຍາກ, ພະຍາດໂລຄາ.
ທ່ານເຈິນກວກເວື້ອງ ມອບຫຼຽນໄຊຊາວວ່າງ (ດາວຄຳ) ໃຫ້ແກ່ກຳລັງນັກຊ່ຽວຊານ ຫວຽດນາມທີ່ຊ່ວຍເຫຼືອການປະຕິວັດກຳປູເຈຍ
TAG
VOV/VOVworld/ຫວຽດນາມ/ກຳປູເຈຍ/
Related








