VOV WorldVOV World
ການ​ສູ້​ຢັນ​ກັນ​​ຄັ້ງໃໝ່​ລະ​ຫວ່າງ​ລັດ​ເຊຍ ແລະ ຕ​ວັກ​ກີ ຢູ່​ຊີ​ຣີ
28/02/2020 07:31
(VOVWORLD) - ໃນໄລຍະມໍ່ໆມານີ້, ອີກເທື່ອໜຶ່ງ, ສະໜາມຮົບຢູ່ເຂດຕາເວັນອອກສ່ຽງເໜືອຊີຣີ ໄດ້ກາຍເປັນເຂດເຄັ່ງຮ້ອນໃນວິກິດການທີ່ແກ່ຍາວເປັນເວລາຫຼາຍປີທີ່ຜ່ານມາຢູ່ແທດອາຣັບ. ໃນນັ້ນ, ສິ່ງທີ່ຫາງສຽງມີຄວາມວິຕົກກັງວົນທີ່ສຸດ ແມ່ນການສູ້ຢັນກັນທີ່ເຄັ່ງຕຶງລະຫວ່າງລັດເຊຍ ແລະ ຕວັກກີ ຊື່ງແມ່ນສອງປະເທດທີ່ມີຜົນສະທ້ອນຢ່າງໃຫ່ຍຫຼວງທີ່ສຸດຕໍ່ສະພາບການປະຈຸບັນຢູ່ຊີຣີ ຍັງບໍ່ທັນມີສັນຍານຫລຸດລົງເທື່ອ.
ການ​ສູ້​ຢັນ​ກັນ​​ຄັ້ງໃໝ່​ລະ​ຫວ່າງ​ລັດ​ເຊຍ ແລະ ຕ​ວັກ​ກີ ຢູ່​ຊີ​ຣີ
ປະທານາທິບໍດີຕວກກີກ່າວເຕືອນວ່າ “ບັ້ນບຸກໂຈມຕີ Idlib ພຽງແຕ່ແມ່ນບັນຫາວັນເວລາເທົ່ານັ້ນ” (ພາບ: Viettime )     ໃນຊຸມວັນທີ່ຜ່ານມາ, ກອງທັບຕວັກກີ ໄດ້ປະກາດຢ່າງລຽນຕິດກ່ຽວກັບບັນດາບັ້ນບຸກໂຈມຕີ ແນໃສ່ກຳລັງທະຫານຊີຣີ ຢູ່ແຂວງ Idlib ທາງທິດຕາເວັນອອກສ່ຽງເໜືອຂອງຊີຣີ. ບໍ່ພຽງແຕ່ເທົ່ານັ້ນ, Ankara ຍັງປະກາດວ່າ ບັນດາບັ້ນບຸກໂຈມຕີແນໃສ່ເປົ້າໝາຍຂອງລັດຖະບານຊີຣີ ຈະໄດ້ “ສືບຕໍ່ປະຕິບັດ” ຊື່ງເຮັດໃຫ້ຄຳຖະແຫຼງເມື່ອວັນທີ 26 ກຸມພາ ຂອງທ່ານປະທານາທິບໍດີຕວັກກີ Tayyip Erdogan ທີ່ວ່າ Ankara ຈະບໍ່ຖອນຫຼັງຢ່າງເດັດຂາດ, ສັນຍາວ່າຈະຍູ້ກຳລັງຂອງລັດຖະບານຊີຣີ ໃຫ້ຖອຍອອກໄປຈາກບັນດາປ້ອມສັງເກດການຢູ່ເຂດ Idlib ປະກົດຜົນເປັນຈິງ. ຄວາມຈິງດັ່ງກ່າວໄດ້ສອ່ງແສງເຖິງສະພາບການທີ່ເຄັ່ງຕຶງທີ່ສຸດໃນປະຈຸບັນຢູ່ທາງທິດຕາເວັນອອກສ່ຽງເໜືອຂອງຊີຣີ. ຊື່ງແມ່ນກຳແພງສຸດທ້າຍຂອງບັນດາກຳລັງລັງລຸກຮື້ຂຶ້ນຢູ່ຊີຣີ. ແຕ່ເຖິງແນວນັ້ນກໍ່ຕາມ, ສະໜາມຮົບ Idlib (ແລະສ່ວນໜຶ່ງຂອງເຂດ Aleppo) ບໍ່ພຽງແຕ່ແມ່ນການສູ້ຢັນກັນລະຫວ່າງບັນດາກຳລັງຊີຣີ ແລະ ຕວັກກີ ເທົ່ານັ້ນ, ຫາກຍັງແມ່ນການຂັດແຍ້ງກັນທີ່ເຄັ່ງຕຶງທີ່ສຸດລະຫວ່າງລັດເຊຍ (ສະໜັບສະໜູນກຳລັງລັດຖະບານຊີຣີ) ແລະ ຕວັກກີ (ໜູນຫຼັງກຳລັງລຸກຮື້ຂຶ້ນຈຳນວນໜຶ່ງຢູ່ຊີຣີ).
TAG
VOV/VOVworld/ການ​ສູ້​ຢັນ​ກັນ/​ລັດ​ເຊຍ/ຕ​ວັກ​ກີ/ຊີ​ຣີ/Idlib/Ankara