ການຮ່ວມມືດ້ານເສດຖະກິດ: ໜຶ່ງໃນ 3 ເສົາຄ້ຳຕົ້ນຕໍໃນການຮ່ວມມືລະຫວ່າງຫວຽດນາມ - ອາຊຽນ
27/01/2020 08:00
(VOVWORLD) - ປີ 2020, ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ. ນອກຈາກບັນດາເປົ້າໝາຍຍູ້ແຮງການພົວພັນຄູ່ຮ່ວມມື ຂອງ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ, ຊຸກຍູ້ການຮ່ວມສຳພັນ ແລະ ການເຊື່ອມຕໍ່ດ້ານເສດຖະກິດ ພາຍໃນກຸ່ມພາກພື້ນ ອາຊຽນແລ້ວ, ຫວຽດນາມ ຍັງວາງອອກບັນດາບຸລິມະສິດ ເພື່ອຊຸກຍູ້ໃນເສົາຄ້ຳ ເສດຖະກິດ ອາຊຽນ ອີກດ້ວຍ.

ໃນຂະບວນວິວັດເຊື່ອມໂຍງເສດຖະກິດສາກົນຂອງຫວຽດນາມ, ອາຊຽນ ສວມບົດບາດເປັນຄູ່ຮ່ວມມືດ້ານການຄ້າສຳຄັນແຖວໜ້າ. ປີ 1996, ເມື່ອຫວຽດນາມ ຫາກໍເຂົ້າຮ່ວມກຸ່ມການຄ້າເສລີ ອາຊຽນ (AFTA), ວົງເງິນການຄ້າສອງສົ້ນຂອງຫວຽດນາມ ກັບບັນດາປະເທດພາຍໃນກຸ່ມ ພຽງແຕ່ບັນລຸໄດ້ປະມານ ເກືອບ 6 ຕື້ USD ເທົ່ານັ້ນ, ແຕ່ມາຮອດປັດຈຸບັນ, ຕົວເລກດັ່ງກ່າວ ໄດ້ເພີ່ມຂຶ້ນຫຼາຍກວ່າ 10 ເທົ່າ, ປະມານຫຼາຍກວ່າ 60 ຕື້ USD.
TAG
VOV/VOVworld/ເສົາຄ້ຳ/ເສດຖະກິດ/ ເຊື່ອມໂຍງເຂົ້າກັບສາກົນ
Related








