ການຕໍ່ສູ້ສະກັດກັ້ນຂ່າວຮ້າຍທາງເຄືອຂ່າຍອິນເຕີແນັດ
26/12/2019 10:47
(VOVWORLD) - ກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ ປະຈຸບັນ ພວມມີຫລາຍກາລະໂອກາດ, ຄວາມສະດວກ ແຕ່ກໍ່ປະສົບກັບສິ່ງທ້າທາຍບໍ່ແມ່ນຫນ້ອຍ ພິເສດ ແມ່ນໄພອັນຕະລາຍຈາກອາດຊະຍາກຳແບບໃຫມ່. ໃນນັ້ນ ຂ່າວຮ້າຍທາງອິນເຕີແນັດ ກໍ່ແມ່ນສາຍເຫດກໍ່ຜົນຮ້າຍຢ່າງແທ້ຈິງ, ເຮັດໃຫ້ດ້ານການເມືອງຂາດສະຖຽນລະພາບ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກກໍ່ຖືກຫລຸດລົງ. ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບພວມຕໍ່ສູ້ກັບອາດຊະຍາກຳແບບໃຫມ່ນີ້ຢ່າງມີປະສິດທິຜົນ.

ພາບປະກອບ:laodong.vn ຕາມການສະຖິຕິແລ້ວ ຫວຽດນາມ ມີ 50 ລ້ານຄົນ ນຳໃຊ້ສື່ສັງຄົມອອນລາຍ face book ຢືນອັນດັບ 7 ໃນໂລກ, ນອກນັ້ນຍັງມີຫລາຍຄົນນຳໃຊ້ສື່ສັງຄົມອອນລາຍປະເພດອື່ນອີກ. ອິນເຕີແນັດ ກາຍເປັນຊ່ອງສຳຄັນເພື່ອຮັບເອົາຂໍ້ມູນຂ່າວສານ.
TAG
VOV/VOVworld/ເຄືອຂ່າຍອິນເຕີແນັດ/ການປ້ອງກັນຄວາມສະຫງົບ
Related








