ການປະຕິວັດເດືອນ ຕຸລາ ລັດເຊຍ ແລະ ລັດທິສັງຄົມນິຍົມຢູ່ ຫວຽດນາມ
01/11/2017 09:33
(VOVWORLD) - ກ່ອນນີ້ 100 ປີ, ພາຍໃຕ້ການຊີ້ນຳນຳພາຂອງພັກ ໂບນເຊວິກ, ໂດຍນຳໜ້າແມ່ນທ່ານ Vladimir Ilyich Lenin ຜູ້ນຳທີ່ຍິ່ງໃຫຍ່, ຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ ລັດເຊຍ ໄດ້ເປັນຈິດໜຶ່ງໃຈດຽວລຸກຮື້ຂຶ້ນ ເພື່ອໂຄ່ນລົ້ມອຳນາດການປົກຄອງຂອງຊົນຊັ້ນນາຍທຶນ ແລະ ທໍລະຍົກການປະຕິວັດ, ສ້າງຕັ້ງປະເທດ ໂຊວຽດ,
1 ສະຕະວັດໄດ້ຜ່ານໄປ ແຕ່ຍັງບໍ່ທັນມີເຫດການໃດໆ ພັດມີຄວາມໝາຍອັນໃຫຍ່ຫລວງ ແລະ ມີລັກສະນະສາກົນຢ່າງເລິກເຊິ່ງກ້ວາງຂວາງຄືການປະຕິວັດເດືອນຕຸລາ ລັດເຊຍ . ກຳລັງແຮງຮອບດ້ານ ແລະ ລັກສະນະດີເລີດຂອງລັດທິສັງຄົມນິຍົມປະກົດຜົນເປັນຈິງຢູ່ ໂຊວຽດ (ປັດຈຸບັນແມ່ນສະຫະພັນ ລັດເຊຍ) ໄດ້ຢັ້ງຢືນຄຸນຄ່າອັນໃຫຍ່ຫລວງຂອງການປະຕິວັດເດືອນຕຸລາ ລັດເຊຍ ແລະ ບັນດາຜົນກະທົບຢ່າງແຮງຕໍ່ການພັດທະນາຂອງບັນດາຂະບວນການປະຕິວັດໂລກໃນສະຕະວັດທີ 20, ໃນນັ້ນ ມີ ຫວຽດນາມ, ບົດຂຽນຂອງ ລາຍຮວາ. (ພາບປະກອບ) ກ່ອນນີ້ 100 ປີ, ພາຍໃຕ້ການຊີ້ນຳນຳພາຂອງພັກ ໂບນເຊວິກ, ໂດຍນຳໜ້າແມ່ນທ່ານ Vladimir Ilyich Lenin ຜູ້ນຳທີ່ຍິ່ງໃຫຍ່, ຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ ລັດເຊຍ ໄດ້ເປັນຈິດໜຶ່ງໃຈດຽວລຸກຮື້ຂຶ້ນ ເພື່ອໂຄ່ນລົ້ມອຳນາດການປົກຄອງຂອງຊົນຊັ້ນນາຍທຶນ ແລະ ທໍລະຍົກການປະຕິວັດ, ສ້າງຕັ້ງປະເທດ ໂຊວຽດ, ກຳມະກອນຊາວນາລັດທຳອິດໃນໂລກ, ເປີດສາກຍຸກສະໄໝໃໝ່ໃນປະຫວັດສາດມວນມະນຸດ, ໄລຍະຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມໃນຂອບເຂດທົ່ວໂລກ.
TAG
VOV/VOVworld/ການປະຕິວັດເດືອນ ຕຸລາ ລັດເຊຍ
Related








