ການປະທະກັນທີ່ອັນຕະລາຍຢູ່ເຂດອ່າວເປີດເຊຍ
25/06/2019 07:13
(VOVWORLD) - ວັນທີ 20 ມິຖຸນາ, ອາເມລິກາ ແລະ ອີຮານ ເກືອບຕົກເຂົ້າສູ່ສົງຄາມໃນຂະນະທີ່ອີຮານ ໄດ້ຍິງເຮືອບິນບໍ່ມີຄົນຂັບລຳໜຶ່ງຂອງອາເມລິກາ ຕົກຢູ່ເຂດມໍ່ກັບຊ່ອງແຄບທະເລ Hormuz. ຄວາມເຄັ່ງຕຶງໄດ້ຍູ້ເຖິງລະດັບສູງສຸດ, ແຕ່ບໍ່ທັນໄດ້ເກີດບັ້ນບຸກໂຈມຕີດ້ວຍກຳລັງອາວຸດໃດໆ ແນໃສ່ອີຣານ ເທື່ອ, ແຕ່ຄວາມວິຕົກກັງວົນກ່ຽວກັບບັ້ນບຸກໂຈມຕີທາງເຄືອຄ່າຍອິນເຕີເນັດ ແນໃສ່ເຮັດໃຫ້ລະບົບຄວບຄຸມລູກສອນໄຟຂອງອີຣານ ຖືກຢຸດສະງັກ ແລະ ບັນດາຄຳສັ່ງລົງໂທດເພີ່ມເຕີມແມ່ນມີຈິງ. ໃນຈຸດເວລານີ້, ຄວາມເຄັ່ງຕຶງກໍ່ຍັງບໍ່ທັນໄດ້ຫລຸດລົງ ແລະ ການພົບປະດ້ານການທູດຊື່ງກັນລະກັນຢ່າງລຽນຕິດ ແມ່ນບໍ່ທັນມີຜົນປະໂຫຍດເພື່ອຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນນີ້ໄດ້ເທື່ອ.

ນັບແຕ່ເດືອນເມສາເປັນຕົ້ນມາ, ການພົວພັນລະຫວ່າງ ອາເມລິກາ ແລະ ອີຮານ ຖືກຮ້າຍແຮງຢ່າງໜັກໜ່ວງ, ໃນຂະນະທີ່ວໍຊິງຕັນ ຢຸດຕິສະພາບການຍົກເລິກຄຳສັ່ງລົງໂທດ, ຫ້າມທຸກການເຄື່ອນໄຫວສົ່ງອອກນ້ຳມັນຂອງອີຣານ. ໃນຂະນະນັ້ນ, ເຕເຮຣານ ພັດນາບຂູ່ວ່າ, ຖ້າຫາກວ່າການສົ່ງອອກນ້ຳມັນຂອງເຂົາເຈົ້າຖືກຢຸດຕິລົງ, ເຂົາເຈົ້າຈະບໍ່ອະນຸຍາດສົ່ງນ້ຳມັນໄປຜ່ານເຂດຊ່ອງແຄບທະເລ Hormuz.
TAG
VOV/VOVworld/ຊ່ອງແຄບທະເລ Hozmuz/ອ່າວ Oman/ປາກເຫວຂອງສົງຄາມ/ອາເມລິກາ/ອີຣານ/ເຮືອບິນບໍ່ມີຄົນຂັບ
Related








