ການພົວພັນການຄ້າ S-400 ໄດ້ຍູ້ການພົວພັນລະຫວ່າງ ອາເມລິກາ - ຕວກກີ ຕົກເຂົ້າສູ່ສະພາບຈົນຕາແຈ
13/06/2019 10:24
(VOVWORLD) -ຕາມສື່ມວນຊົນສາກົນແລ້ວ, ວັນທີ 12 ມິຖຸນາ, ຕວກກີ ໄດ້ປະກາດຊື້ລະບົບປ້ອງກັນ S-400 ຂອງ ລັດເຊຍ, ໂດຍບໍ່ຫົວຊາຕໍ່ບັນດາຄຳກ່າວເຕືອນລົງໂທດຈາກ ອາເມລິກາ ໃນຕະຫລອດໄລຍະຜ່ານມາ. ຖ້າຫາກວ່າສິ່ງດັ່ງກ່າວເປັນຄວາມຈິງ, ແນ່ນອນວ່າການພົວພັນລະຫວ່າງ ອາເມລິກາ - ຕວກກີ ຈະເຄັ່ງຕຶງທີ່ສຸດ, ບັນດາໂຄງການຮ່ວມມື 2 ຝ່າຍ ກໍ່ອາດຈະຖືກຢຸດສະງັກ ບໍ່ຮູ້ວ່າຍາມໃດຈຶ່ງ ກັບຄືນການເຄື່ອນໄຫວຄືນໃໝ່.

ສັນຍາຊື້ລະບົບປ້ອງກັນ S-400 4 ຢ່າງ ທີ່ມີມູນຄ່າ 2,5 ຕື້ USD ລະຫວ່າງ ອານກາຣາ ແລະ ມົດສະກູ ໄດ້ລົງນາມໃນປີ 2017. ວິວັດການຖ່າຍທອດນັ້ນ ລັດເຊຍ ພວມດຳເນີນໃນປີ 2019. ພາຍຫລັງປະກາດການຊື້ລະບົບປ້ອງກັນ S-400, ຕວກກີ ຫວັງວ່າ ລະບົບອາວຸດນີ້ຈະໄດ້ຮັບການຖ່າຍທອດໃນເດືອນ ກໍລະກົດ ນີ້.
TAG
VOV/VOVworld/S-400/ລັດເຊຍ/ຕວກກີ/ອາເມລິກາ/ຈົນຕາແຈ
Related








