ການຢ້ຽມຢາມເພື່ອເຊື່ອມຕໍ່ເສດຖະກິດ, ຮັດແໜ້ນການພົວພັນ ມິດຕະພາບຕື່ມອີກ
29/05/2019 09:05
(VOVWORLD) -ວັນທີ 29 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສະຫະພັນ ລັດເຊຍ, ລາຊະອານາຈັກ ນອກແວ ແລະ ຊູແອັດ ຢ່າງເປັນທາງການ.

ການຢ້ຽມຢາມບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນອັນແທດຈິງຫລາຍຢ່າງເທົ່ານັ້ນ ຫາກຍັງໄດ້ຮັບການສະໜັບສະໜູນຢ່າງແຮງຈາກ ການນຳບັນດາປະເທດທີ່ໄປຢ້ຽມຢາມອີກດ້ວຍ, ການຢ້ຽມຢາມຍັງໄດ້ສົ່ງສານທີ່ວ່າ ຫວຽດນາມ ຖືເປັນສຳຄັນທີ່ສຸດຕໍ່ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ (ພາບ: TTXVN) ການຢ້ຽມຢາມ 3 ປະເທດສະຫະພັນ ລັດເຊຍ, ລາຊະອານາຈັກ ນອກແວ, ລາຊະອານາຈັກ ຊູແອັດ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ດຳເນີນໃນລະຫວ່າງວັນທີ 20 – 29 ພຶດສະພາ. ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງດີງາມ, ທັງ 3 ປະເທດລ້ວນແຕ່ມີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ, ລ້ວນແຕ່ມີການສະໜັບສະໜູນ ຫວຽດນາມ ໃນໄລຍະຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ ກໍ່ຄືການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ການນຳຂັ້ນສູງບັນດາປະເທດລ້ວນແຕ່ຢັ້ງຢືນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມນັ້ນ ແມ່ນພື້ນຖານໝັ້ນຄົງ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ, ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫລາຍຂົງເຂດກັບ ຫວຽດນາມ ໃນໄລຍະຈະມາເຖິງ.
TAG
VOV/VOVworld/ສະຫະພັນ ລັດເຊຍ/ນອກແວ/ຊູແອັດ
Related








