VOV WorldVOV World
ກຳ​ນົດ​ທິດ​ຍຸດ​ທະ​ສາດ​ຂອງ NATO ພາຍຫຼັງ ຮຸງ​ກາ​ຣີ ໃຫ້​ສັດ​ຕະ​ຍາ​ບັນ ເລື່ອງ ຊູ​ແອັດ​ເຂົ້າ​ເປັນ​ສະ​ມາ​ຊິກ​ NATO
28/02/2024 09:52
(VOVWORLD) - ວັນທີ 26 ກຸມພາ, ສະພາແຫ່ງຊາດ ຮຸງກາຣີ ໄດ້ໃຫ້ສັດຕະຍາບັນໃບຄຳຮ້ອງຂໍເຂົ້າເປັນສະມາຊິກຂອງກຸ່ມສົນທິສັນຍາອັດລັງຕິກເໜືອ - NATO ຂອງ ຊູແອັດ, ແກ້ຮົ້ວກີດຂວາງສຸດທ້າຍສຳລັບ ຊູແອັດ. ຕາມບັນດານັກຊ່ຽວຊານແລ້ວ, ດ້ວຍການເຂົ້າຮ່ວມຂອງ ຊູແອັດ, NATO ຈະເປັນອົງການສົມບູນ ແລະ ອາດສາມາດເດີນຕາມບັນດາເປົ້າໝາຍທີ່ມີຄວາມມັກໃຫຍ່
ກຳ​ນົດ​ທິດ​ຍຸດ​ທະ​ສາດ​ຂອງ NATO ພາຍຫຼັງ ຮຸງ​ກາ​ຣີ ໃຫ້​ສັດ​ຕະ​ຍາ​ບັນ ເລື່ອງ ຊູ​ແອັດ​ເຂົ້າ​ເປັນ​ສະ​ມາ​ຊິກ​ NATO
ດ້ວຍບັດເຫັນດີ 188 ບັດ ແລະ ບັດຄ້ານ 6 ບັດ, ວັນທີ 26 ກຸມພາ ສະພາແຫ່ງຊາດ ຮຸງກາຣີ ໄດ້ສະໜັບສະໜູນເລື່ອງ ຊູແອັດ ເຂົ້າເປັນສະມາຊິກຂອງ NATO ຢ່າງເປັນທາງການ, ຢຸດຕິການໂຕ້ຖ້ຽງກັນທີ່ແກ່ຍາວແຕ່ເດືອນພຶດສະພາ 2022. ນີ້ແມ່ນປະເທດສະມາຊິກສຸດທ້າຍຂອງ NATO ໃຫ້ສັດຕະຍາບັນໃບຄຳຮ້ອງຂໍເຂົ້າເປັນສະມາຊິກ NATO ຂອງ ຊູແອັດ.
TAG
VOV/VOVworld/NATO/ຮຸງ​ກາ​ຣີ