ສະ​ພາບ​ການ​ເສດ​ຖະ​ກິ​ດ​ທົ່ວ​ໂລກ​ພວມ​ຢືນ​ຢູ​່​ຕໍ່​ໜ້າ​ສິ່ງ​ທ້​າ​ທາຍ​ໃຫຍ່​ຫຼາຍ​ຢ່າງເມື່ອ​ຄວາມ​ຂາດສະ​ຖຽນ​ລະ​ພາບ​ດ້າ​ນ​ພູມ​ສາດ​ການ​ເມືອງ​ເພີ່ມ​ຂຶ້ນ ແລະ ທ່າ​ອ່ຽງ​ປົກ​ປ້ອງ​ດ້ານ​ດ້ານ​ການ​ຄ້າ​ພວມຜັນ​ແປ​ຢ່າງ​ສັບ​ສົນ. ໃນ​ສະ​ພາບ​ການນັ້ນ, ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ພວມ​ເປັນ​ເຈົ້າ​ການ​ສ້າງ​ກຳ​ລັງ​ໜູນ​ແຫ່ງການ​ເຕີບ​ໂຕ​ໃຫ້​ເປັນ​ຮູບເປັນ​ຮ່າງຜ່ານ​ການ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂ​ວາງ, ​ການຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ຮອບ​ດ້ານ ແລະ ຫັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເປັນ​ມາດ​​ຕະຖານ, ແນ​ໃສ່ສ້າງ​ບັນ​ດາ​ກຳ​ລັງ​ໜູນ​ໃໝ່ ​ເພື່ອຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ຊຸກ​ຍູ້​ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ​ໃຫ້​ທົ່​ວ​ພາກ​ພື້ນ​ໃນ​ໄລ​ຍະ​ຕໍ່​ໄປ.

ບັນ​ດາ​ຄວາມ​ເຫັນ​ດີເຫັນ​ພ້ອມ​ທີ່​ຫາກໍ່​ບັນ​ລຸ​ໄດ້​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າປີ 2026, ​ທີ່​ດຳ​ເນີນ​ຢູ່ ຊູ​ເຈົາ (ຈີນ) ໃນ​ວັນ​ທີ 22 – 23 ພຶດ​ສະ​ພາ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ບຸ​ລ​ິ​ມະ​ສິດ​ໃນ​ປ​ະ​ຈຸ​ບັນ ບໍ່​ພຽງ​ແຕ່​ຢຸດ​ຢູ່​ການ​ຊຸກ​ຍູ້​​ດ້ານການ​ຄ້າ​​ທີ່​ມີ​ຢູ່​ແລ້ວເທົ່າ​ນັ້ນ, ຫາກ​​ພວມ​ເປີດກວ້າງ​ໄປ​ສູ່​ບັນ​ດາ​ຂົງ​ເຂດ​ໃໝ່ອີກ​ດ້ວຍ.

ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ ແລະ ຊຸກ​ຍູ້​ການ​ປະ​ຕິ​ຮູບ​ຫຼາຍ​ຝ່າຍ

ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ຍັງ​ແມ່ນ​ພື້ນ​ຖານ​ສຳ​ຄັນທີ່​ມີ​ຕໍ່​ການ​ເຕີບ​ໂຕ​ຂອງ ອາ​ຊີ - ປາ​ຊີ​ຟິກ. ໃນ​ສະ​ພາບ​ການ​ຄ້າ​ທົ່ວ​ໂລກ​ຖືກ​ຜົນ​ກະ​ທົບ​ຈາກ​ທ່າ​ອ່ຽງ​ປົກ​ປ້ອງ ແລະ ການ​ແກ່​ແຍ້ງ​ດ້ານ​ພູມ​ສາດ​ການ​ເມືອງນັ້ນ, ເລື່ອງ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ຄ້າ​ໄດ້​ຮັບ​ຖື​ວ່າ ແມ່ນ​ປັດ​ໃຈ​ແກ່ນ​ສານ​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ເສດ​ຖະ​ກິດຂອງ​ພາກ​ພື້​ນ. ທ່ານ ຫວາງ​ຫວີນ​ຕາວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ຈີ​ນ, ເນັ້ນ​ໜັກ​ວ່າ:

“ບັນ​ດາ​ຂົງ​ເຂດ​ຫຼັກ​ລວມ​ມີ: ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດໃນ​ພາກ​ພື້ນ ແລະ ເຂດ​ການ​ຄ້າ​ເສ​ລີ ອາ​ຊີ - ປ​າ​ຊີ​ຟິກ (FTAAP), ໜູນ​ຊ່ວຍ​ອົງ​ການ​ການ​ຄ້າ​ໂລກ (WTO) ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກດີ​ຈີ​ຕອນ​ ແລະ ​ການພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຂຽວ. ການ​ຟື້ນ​ຕົວ​ຂອງ​ລັດ​ທິ​ຫຼາຍ​ຝ່າຍ ແລະ ລັດ​ທິ​​ປົກ​ປ້ອງ ພວມ​ວາງ​ອອກ​​ບັນ​ດາສິ່ງ​ທ້າ​ທາຍອັນ​ຮ້​າຍ​ແຮງ​ຫຼາຍ​ຢ່າງ​ຕໍ່​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ເສດ​ຖະ​ກິດ ແລະ ການ​ຄ້າ​ສາ​ກົນ, ເຮັດ​ໃຫ້​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ຂອງ​ທົ່ວ​ໂລກ ກໍ​ຄື​ຂອງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ​ຖືກຂາດ​ວັດ​ຂາດ​ຕອນ”.

ພ້ອມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ມີ​ລັກ​ສະ​ນະມະ​ຫາ​ພາກ​ຂອງ​ລັດ​ຖະ​ບານ, ບັນ​ດາ​ຝ່າຍ​ໄດ້​​ເຫັນ​ດີເປັນ​ເອ​ກະ​ພາບ​ນຳ​ກັນ​ວ່າ ການ​ເຊື່ອມ​ໂຍງ​ຕ້ອງ​ນຳ​ມາ​ເຊິ່ງ​ຄຸນ​ຄ່າ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ການ​ຈະ​ລາ​ຈອນ​ສິນ​ຄ້າ. ທ່ານ Todd McClay, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ແລະ ການ​ລົງ​ທຶນ ນິວ​ຊີ​ແລນ, ຢັ້ງ​ຢືນ​ວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ ສຳ​ລັບ​ບັນ​ດາພື້ນ​ຖານ​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ, ທາດແທ​້​ຂອງ​ການ​ເຊື່ອມ​ໂຍງ, ລະ​ອຽດ​ແມ່ນ​ລົບ​ລ້າງ​ບັນ​ດາ​ຮົ້ວ​ກີດ​ຂວາງ, ຫຼຸດ​ຜ່ອນ​ພາ​ສີ​ອາ​ກອນ ຈະ​ຊ່ວຍ​ໃຫ້​ສິນ​ຄ້າ ແລະ ການ​ບໍ​ລິ​ການ​​ຈະ​ລາ​ຈອນ​ຜ່ານ​ຊາຍ​ແດນ​​ງ່າຍດາຍກວ່າ, ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ ແລະ ໄດ້​ຮັບ​ການ​ຮັບ​ຮູ້​ດ້ານ​ຄຸນ​ນະ​ພາບ​.”

ຫັນ​ການ​ຄ້າ​ເປັນ​ດີ​ຈີ​ຕອນ ແລະ ເພີ່ມ​ທະ​ວີ​ບັນ​ດາ​ຮູບ​ແບບ​ເຕີບ​ໂຕ​ສີ​ຂຽວ

ໄປ​ພ້ອມ​ກັບ​ບັນ​ດາກ​ົນ​ໄກ​ທີ່​ມີ​ຢູ່​ແລ້ວ, ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ເສດ​ຖະ​ກິດ​ສີ​ຂຽວ ພວມ​ກາຍ​ເປັນ 2 ເສົາ​ຄ້ຳ​ຫຼັກ ສ້າງ​ບາດ​ກ້າວ​ກະ​ໂດດ​ຂັ້ນ​ໃຫ້​ແກ່​ພາກ​ພື້ນອາ​ຊີ - ປາ​ຊີ​ຟິກ.​ຫຼາຍ​ພື້ນ​ຖານ​ເສດ​ຖະ​ກິດ​ຖືວ່າ ວິ​ວັດ​ການ​ຫັນ​ເປັນ​ຮູບ​ແບບ​ພັດ​ທະ​ນາ​​ດ້ວຍການ​ປ່ອ​ນ​ອາຍ​ພິ​ດ​​ໃນ​ລະ​ດັບຕ່ຳ ຈະ​ເປີດ​​ບັ​ນ​ດາ​ຂົງ​ເຂດ​ລົງ​ທຶນ ແລະ ເຕັກ​ໂນ​ໂລ​ຊີ​ໃໝ່. ທ່ານ​ນາງ Minnie Ang, ປະ​ທານ​ສະ​ມາ​ຄົມ​ການ​ຄ້າ ສິງ​ກະ​ໂປ, ຢູ່​ແຂວງ ເຈງ​ຊູ ໃຫ້​ຂໍ້​ສັງ​ເກດ​ວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ ການ​ຫັນ​ເປັນ​ສີ​ຂຽວ​ແມ່ນ​ຫົວ​​ຂໍ້​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ແຮງ. ນີ້​ແມ່​ນ​ເລື່ອງ​ລາວ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ກັບ​ເປົ້າ​ໝາ​ຍ​ການ​ດຳ​ລົງ​ຊີ​ວິດ​ສີ​ຂຽວ, ກໍ​ຄື​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອ​ກ​ຫາ​ວິ​ວັດ​ທະ​ນາ​ການ​ທີ່​ສາ​ມາດເປັນ​ໄປ​ໄດ້ ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍນັ້ນ”.

ພ້ອມ​ກັນ​ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດກໍ່​ຕີ​ລ​າ​ຄາ​ວ່າ ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ສີ​ຂຽວ ພວມ​ສ້າງຄວາມ​ສາ​ມາດ​ບົ່ມ​ຊ້ອນໃຫຍ່​ໃຫ້​ແກ່ການ​ລົງ​ທຶນ​ດ້ານ​ເຕັກ​ໂນ​ໂລ​ຊີ, ພະ​ລັງ​ງານ​ໃໝ່​ທີ່​ໃຫຍ່​ຫຼວງ. ທ່ານ John Markmann, ປະ​ທານ Grundfos ຈີນ, ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ເອົາໃຈ​​ໃສ່ເປັນ​ພິ​ເສດ​ເຖິງ​ບັນ​ດາ​ນະ​ໂຍ​ບາຍ​​ທີ່ມີ​ຄວາມ​ສາ​ມາດ​ຊຸກ​ຍູ້​ການ​ເຕີບ​ໂຕທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ​ໃນ​ອະ​ນາ​ຄົດ ຜ່ານ​ 2 ວິ​ວັດ​ທະ​ນາ​ການ: ຫຼຸດ​ຜ່ອນ​ການ​ເລັ່ງ​ກະ​ທົບ​ທີ່​ເປັນ​ພິດ​”.

ຕາມ​ບັນ​ດາ​ນັກ​ຊ່ຽວ​ຊານ​ແລ້ວ, ເລື່ອງ​ສົມ​ທົບ​ລະ​ຫວ່າງ​ການ​ຫັນ​ເປັນ​ສີ​ຂຽວ ແລະ ເສດ​ຖະ​ກິດດ​ີ​ຈີ​ຕອນ ພວມ​ກາຍ​ເປັນ​ທິດ​ກ້າວ​ເດີນ​ໃໝ່​ຂອງ​ຫຼາຍ​ພື້ນ​ຖານ​ເສດ​ຖະ​ກິດ​ຢູ່ ອາ​ຊີ - ປາ​ຊີ​ຟິກ ແນ​ໃສ່​ສ້າງ​ກຳ​ລັງ​ໜູນ​ເຕີບ​ໂຕ​ຕື່ມ​ອີກ ໃນ​ສະ​ພາບ​​ບັນ​ດາ​ກຳ​ລັງ​ໜູນ​​ທີ່​ມີ​ຢູ່​ແລ້ວ​ພວມຫຼຸດ​ປະ​ສິດ​ທິ​ຜົນ​ລົງ. ທ່ານ ຢວນ​ແຈວນ, ຮອງ​ຫົວ​ໜ້າ​ຫ້ອງ​ຄົ້ນ​ຄວ້າດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ (ສ​ະ​ຖາ​ບັນ​ວິ​ທະ​ຍາ​ສາດ ສັງ​ຄົມ ຈີນ), ໃຫ້​ຂໍ້​ສັງ​ເກດ​ວ່າ:

“ໃນ​ສະ​ພາບ​ກະ​ແສ​ການ​ປະ​ຕິ​ວັດ​ເຕັກ​ໂນ​ໂລ​ຊີ ແລະ ການ​ຫັນ​ປ່ຽນ​ອຸດ​ສາ​ຫະ​ກຳ​ໃໝ່​ພວມ​ເພີ່ມ​ລະ​ດັບ​ຄວາມ​ໄວ​ນັ້​ນ, ກອງ​ປ​ະ​ຊຸມ​ຄັ້ງນີ້​ໄດ້​ນຳ​​ເນື້ອ​ໃນການ​ຮ່ວມ​ມື​ໃນ​​ບັນ​ດາຂົງ​ເຂດ​​ທີ່​ຫາກ​ໍ​ພົ້ນ​ເດັ່ນ​ຄື ເຕັກ​ນິກ​ດີ​ຈີ​ຕອນ ແລະ ການ​ຫັນ​ເປັນ​ສີ​ຂ​ຽວ​ກາຍ​ເປັນ​ຈຸດ​ສຸມ​ຫຼັກ​”.

ເລື່ອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ສືບ​ຕໍ່​ຮັກ​ສາ​​ທິດທາງ​ຊຸກ​ຍູ້​ການ​ຄ້າ​ເປ​ີດ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຢູ່​ພາກ​ພື້​ນ ແລະ ເປີດກວ້າງ​ການ​ຮ່ວມມ​ື​ໃນ​ບັນ​ດາ​ຂົງ​ເຂດ​ຫາກໍ່​ພົ້ນ​ເດັ່ນ​​ນັ້ນໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ຊີ - ປາ​ຊີ​ຟິກ ພວມ​ມຸ່ງ​ໄປ​ເຖິງ​ຮູບ​ແບບ​ເຕີບ​ໂຕ ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີ, ການພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ​ການເຊື່ອມ​ຕໍ່​ດ້ານ​ເສດ​ຖ​ະ​ກິດ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ຫຼາຍກວ່າ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ພາກ​ພື້ນ​ສືບ​ຕໍ່​ຮັກ​ສາ​ບົດ​ບາດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕທີ່​ສຳ​ຄັນ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.