ໃນ​ລະ​ຫວ່າງວັນ​ທີ 19 – 20 ພຶດ​ສະ​ພາ, ທ່ານ Vladimir Putin, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໄດ້​ໄປ​ຢ້ຽມ​ຢາມ ຈີນ. ການ​ຢ້ຽມ​ຢາມ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ໃນ​ສະ​ພາບ​ທີ່ການ​ພົວ​ພັນ​ຍຸດ​ທະ​ສາດ​ລະ​ຫວ່າງ ລັດ​ເຊຍ - ຈີນ ສືບ​ຕໍ່​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ເລິກ​ເຊິ່ງ, ພ້ອມ​ກັນ​ນັ້ນ ການ​ແກ່ງ​ແຍ້ງ​​ກັນລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດທີ່ຂາດ​ສະ​ຖຽ​ນ​ລະ​ພາບ​ດ້ານ​ພູມ​ສາດ​ການ​ເມືອງ​ທົ່ວ​ໂລກ​ມີ​ການ​ຜັນ​ແປ​ໃໝ່​ຫຼາຍ​ຢ່າງ.

ການ​ໄປ​ປະ​ຕິ​ບັດ​ງານ​​ຄັ້ງ​ນີ້​ແມ່ນ​ການ​ຢ້ຽມ​ຢາມ ຈີນ ​ຄັ້ງ​ທີ 25 ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ໃນ​ຖາ​ນະ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ/ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ ໃນ​ໄລ​ຍະກວ່າ 2 ທົດ​ສະ​ວັດ​ຜ່ານ​ມາ.

ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ພະ​ລັງ​ງານ

ໂດຍ​ໄດ້​ດຳ​ເນີນ​ໃນ​ປີ​ທີ່ ຈີນ ແລະ ລັດ​ເຊຍ ສະ​ເຫຼີມ​ສະ​ຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຈີນ - ລັດ​ເຊຍ (1996 – 2026) ແລະ 25 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ຮ່ວມ​ມື​ເປັນ​ມິດ (2001 – 2026), ການ​ຢ້ຽມ​ຢາມ ຈີນ ຂອງ​​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ໄດ້​ຮັບ​ຄວາມ​ຫວັງ​ຈາກ​ທັງ 2 ຝ່າຍ​ວ່າ ຈະ​ນຳ​ການ​ພົວ​ພັນ​ຍຸດ​ທະ​ສາດ​ລະ​ຫວ່າງ ຈີນ - ລັດ​ເຊຍ ຂຶ້​ນ​ສູ່​ລະ​ດັບ​ສູງ​ໃໝ່​ທີ່​ເລິກ​ເຊິ່ງກວ່າ, ເຖິງວ່າ ປະ​ຈຸ​ບັນ​ການ​ພົວ​ພັນ​ນີ້​ໄດ້​ຮັບ​ການ​ຍ້ອງຍ​ໍ​ວ່າ “ຢູ່​ລະ​ດັບ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ​ແລ້ວ”. ໃນ​ສານ​ທີ່​​ຍົກ​ອອກ​ມາ​ກ່ອນ​ການ​ໄປ​ຢ້ຽມ​ຢາມ, ທ່ານ Dmitry Peskov, ໂຄ​ສົກ​ວັງ Kremlin ໃຫ້​ຮູ້​ວ່າ ມົດ​ສະ​ກູ ລໍ​ຄອຍ​ບັນ​ດາ​ໝາກ​ຜົນ​ລະ​ອຽດ​ໃນ​ການ​ຢ້ຽ​ມ​ຢາມ, ໃນ​ທຸກ​ແງ່​ມູມຄື​ດ້ານ​ການ​ຄ້າ - ການ​ລົງ​ທຶນ, ​ການສຶ​ກສາ… ​ຢ່າງ​ເຂັ້ມ​ງວດ. ໃນ​ຂະ​ນະ​ນັ້ນ, ທ່ານ Guo Jiakun, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ຢືນ​ຢັນ​ວ່າ ການ​ຢ້ຽມ​ຢາມ​ໄດ້​ຄູນ​ສ້າງ​ສະ​ຖຽ​ນ​ລະ​ພາບ ແລະ ພະ​ລັງ​ງານ​ອັນ​ຕັ້ງ​ໜ້າໃຫ້​ແກ່​ການ​ພົວ​ພັນ ຈີນ - ລັດ​ເຊຍ​ຕື່ມ​ອີກ.

ຕາມສາດ​ສະ​ດາ​ຈານ Cui Hongjian ​ຂອງ​ສະ​ຖາ​ບັນບໍ​ລ​ິ​ຫານ​ພາກ​ພື້ນ ແລະ ທົ່ວ​ໂລກ, ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ ປັກ​ກິງ ແລ້ວ, ການ​ຢ້ຽມ​ຢາມ ຈີນ ຄັ້ງ​ນີ້​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ​ຈະ​ປັບ​ປຸງ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກສະ​ເພາະ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຈີນ - ລັດ​ເຊຍ.

“ໃນ​ຊຸມ​ປີ​ມໍ່ໆ​ມານີ້, ຂ້າ​ພະ​ເຈົ້າ​ຄິດ​ວ່າ ການ​ພົວ​ພັນ ຈີນ - ລັດ​ເຊຍ ໄດ້​ສ​ະ​ແດງ​ໃຫ້​ເຫັນ​ທ່າ​ອ່ຽງ​ພັດ​ທະ​ນາຢ່າງ​ເປັນ​ລະ​ບົບ. ດ້ານ​ໜຶ່ງ, 2 ຝ່າຍ​ສືບ​ຕໍ່​ປັບ​ປຸງ ແລະ ຍູ້​ແຮງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ຍຸດ​ທະ​ສາດ ຜ່ານ​ບັນ​ດາ​ການ​ພົບ​ປະ​ຂັ້ນ​ສູງ ແລະ ການ​ທູດ​ປະ​ມຸກ​ລັດ. ພ້ອມ​ກັນ​ນັ້ນ, ບັນ​ດາ​ບໍ​ລິ​ສັດ​ໃນ​ຫຼາຍ​ຂົງ​ເຂດຂອງ 2 ປະ​ເທດກໍ່​ມີການ​ຮ່ວມ​ມື​​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍດກວ່າ ດ້ວຍ​ວິ​ທີ​ເພີ່ມ​ເຕີມ​ທ່າ​ແຮງ​ໃຫ້​ແກ່​ກັນ”.

ຄວ​າ​ມ​ສະ​ໜິດ​ຕິດ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ພະ​ລັງ​ງານ​ຢ່າງ​ແໜ້ນ​ແຟ້ນ ນີ້ໄດ​້​ນຳ​ມາ​ເຊິ່ງ​ສະ​ຖຽນ​ລະ​ພາບ​ດ້ານ​ຍຸດ​ທະ​ສາດໃຫ້​ທັງ ລັ​ດ​ເຊຍ ແລະ ຈີນ ໃນ​ຊຸມ​ປີມໍ່ໆ​ມານີ້ ແລະ ມີ​ຄວາມ​ໝາຍ​ສ​ຳ​ຄັນ​ໃນ​​ປະ​ຈຸ​ບັນ, ເມື່ອ​ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ພວມ​ສົ່ງ​ຜົນ​ກະ​ທົບ​ບໍ່​ດີ​ເຖິງ​ການ​ສະ​ໜອງ​ພະ​ລັງ​ງານ​ໃນ​ທົ່ວ​ໂລກ. ໃນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃຫຍ່​ດ້ານ​ພະ​ລັງ​ງານ, ທໍ່​ສົ່ງ​ນ້ຳ​ມັນ ອາຍ​ແກ​ສກຳ​ລັງ​ແຮງ Siberia 2 (ສົ່ງ​ອາຍ​ແກັດ​ຈາກ ລັດ​ເຊຍ ໄປ​ຜ່ານ ມົງ​ໂກນ ເຖິງ ຈີນ) ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​​ປຶກ​ສາສຳ​ເລັດ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມຄັ້ງ​ນີ້.

ຮັກ​ສາ​ສະ​ຖຽນ​ລະ​ພາ​ບ​ດ້ານຍຸດ​ທະ​ສາດ​ທົ່ວ​ໂລກ

ໄປ​ພ້ອມ​ກັບ​ບັນ​ດາ​ການ​ຮ່ວມ​ມື​ດ້ານ​ເສດ​ຖ​ະ​ກິດ, ພະ​ລັງ​ງານ ແລະ ການ​ສຶກ​ສາ, ການ​ສົມ​ທົບ​ລະ​ຫວ່າງ ຈີນ - ລັດ​ເຊຍ ໃນ​ບັນ​ດາ​ບັນ​ຫາ​ພູມ​ສາດ​ການ​ເມືອງກໍ່​ດຶງ​ດູດ​ຄວາມ​ສົນ​ໃຈ, ພິເ​ສດ​ແມ່ນ​ການ​ຢ້ຽມ​ຢາມ ຈີນ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ໄດ້​ດຳ​ເນີນ​ໄປ​ພາຍ​ຫຼັງ​ການ​ຢ້ຽມ​ຢາມ ຈີນ ຂອງ​ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ (ແຕ່​ວັນ​ທີ 13 – 15 ພຶດ​ສະ​ພາ)ພຽງ​ 4 ວັນ. ທ່ານ Yuri Ushakov, ທີ່​ປຶກ​ສາ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ, ຖະ​ແຫຼງວ່າ:

“ບໍ່​ມີ​ສາຍ​ພົວ​ພັນ​ໃດ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​າ​ທິດ​ບໍ​ດີ Donald Trump ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin. ຕາມ​ປົກ​ກະ​ຕິ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ດີເປັນ​ເອ​ກະ​ພາບ​​ຕໍ່ແຜນ​ການ​​ທີ່​ຈະປຶກ​ສາ​ຫາ​ລື​ກັບ​ຝ່າຍ ຈີນ ນັບ​ແຕ່​ກ່ອນ​ແລ້ວ. ຕາມ​ປົກ​ກະ​ຕິ, ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ແລະ ທ່ານ​ສິ​ຈິ້ນ​ຜິ້ງ ປະ​ທານ​ປະ​ເທດ ຈີນກໍ່​ມີ​ການ​ສົນ​ທະ​ນາ​ທາງທາງ​ໂທ​ລະ​ສັບ​ໃນ​​​ໂອ​ກາດຕົ້ນ​ປີ, ແລະ​ພາຍຫຼັງ​ການ​ນຳ​ສອງ​ທ່ານ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ໃນວັນ​ທີ 04 ກຸມ​ພາ 2026​ພຽງ 2 – 3 ວ​ັນ ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ດີເປັນ​ເອ​ກະ​ພາບ​​ຕໍ່ເລື່ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຈະ​ໄປ​ຢ້ຽມ​ຢາມ ຈີນ ແລະ ຂຶ້​ນ​ແຜນ​ແມ່ນ​ວັນ​ທີ 20 ພຶດ​ສະ​ພາ”.

ດ້ານ​ອື່ນ, ບັນ​ດາ​ນັກ​ຊ່ຽວ​ຊານກໍ່​ຖື​ວ່າ ການ​ປະ​ທະ​ກັນຢູ່ ຕາ​ເວັນ​ອອກ​ກາງ ແລະ ການ​ປະ​ທະ​ກັນ​ລະ​ຫວ່າງ ລັ​ດ​ເຊຍ - ຢູ​ແກຼນ ພວມ​ເຮັດ​ໃຫ້​ບົດ​ບາດ​ຂອງ ຈີນ ພົ້ນ​ເດັ່ນ​ຂຶ້ນ ຄື​ດັ່ງ​ປະ​ເທ​ດ​ມະ​ຫາ​ອຳ​ນາດ​ທີ່​ມີ​ສະ​ຖຽ​ນ​ລະ​ພາບ ແລະ ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຢ່າງ​ແຮງ​​ກວ່າແກ່​ບັນ​ດາ​ກົນ​ໄກ​ຄຸ​້ມ​ຄອງ​ຄວາມ​ໝັ້ນ​ຄົງ ແລະ ເສດ​ຖະ​ກິດ​ທົ່ວ​ໂລກ, ສິ່ງ​ທີ່​ຢາກ​ຫຼືບໍ່ຢາກ, ບັນ​ດາ​ປະ​ເທດນີ້ກໍ່​ຕ້ອງ​ຄິດ​ໄລ່​ເຖິງ.