ວັນ​ທີ 20 ພຶດ​ສະ​ພາ, ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບັບ​ໜຶ່ງ​ທີີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ໃນ​ບັນ​ຫາ​ຄວາມ​ຍຸ​ຕິ​ທຳ​ດ້ານ​ດິນ​ຟ້າ​ອາ​ກາດ. ໃນ​ຂະ​ນ​ະ​ນັ້ນ, ບົດ​ລາຍ​ງານ​ຂອງ​ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ (OECD) ປະ​ກາດ​ໃນ​ວັນ​ທີ 21 ພຶດ​ສະ​ພ​າ ໄດ້​ຊີ້​ໃຫ້​ເຫັນ​ວ່າ ບັນ​ດາ​ປະ​ເທດ​ຮັ່ງ​ມີ​ສືບ​ຕໍ່​ສວມ​ບົດ​ບາດຫຼາຍກວ່າ ໃຫ້​ແກ່​ການ​ເງິນ​ຮັບ​ໃຊ້​ຂ​ົງ​ເຂດ​ດິນ​ຟ້າ​ອາ​ກາດ.

ມະ​ຕິ​ສະ​ບັບ​ປະ​ຫວັດ​ສາດ

ດ້ວຍ​ຈຳ​ນວນ​ບັດ​ເຫັນ​ດີ 141 ບັດ ເມື່ອ​ທຽບ​ໃສ່​ບັດ​ຄ້ານ 8 ບັດ, ວັນ​ທີ 20 ພຶດ​ສະ​ພາ, ສະ​ມັດ​ຊ​າ​ໃຫຍ່ ສ​ປ​ຊ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຢັ້ງ​ຢືນ​ຄືນ​ພັນ​ທະ​ຂອງ​ບັນ​ດາ​ປະ​ເທດ​ໃນ​ການ​ປະ​ຕິ​ບັດ​ບັນ​ດ​າ​ຄຳ​ໝັ້ນ​ສັນ​ຍາ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຕາມ​ກົດ​ໝາຍ​ສາ​ກົນ. ເອ​ກະ​ສານ​ສະ​ບັບ​ດັ່ງ​ກ່າວ ໂດຍ​ປະ​ເທດ​ເກາະ ວາ​ນູ​ອາ​ຕູ ຢູ່​ມະ​ຫາ​ສະ​ໝຸດ ປາ​ຊີ​ຟິກ ລິ​ເລີ່ມ, ແນ​ໃສ່​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຄຳ​ເຫັນ​ປຶກ​ສາ ໂດຍ​ສານ​ຍຸ​ຕິ​ທຳ​ສາ​ກົນ (ICJ) ໄດ້​ຍົກ​ອອກ​ມາ ເມື່ອ​ເດືອນ ກໍ​ລະ​ກົດ 2025, ໃນ​ນັ້ນ ຖື​ວ່າ ບັນ​ດາ​ປະ​ເທດ​ບໍ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ຢ່າງ​ຄົບ​ຖ້ວນ​ນັ້ນ ອາດ​ຈະ​ຖືກ​ຖື​ວ່າ​ລະ​ເມີດ​ກົດ​ໝາ​ຍ​ສາ​ກົນ ແລະ ຕ້ອງ​ມີ​ພັນ​ທະ​ຊົ​ດ​ເຊີຍ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ຖືກ​ຜົນ​ກະ​ທົບ.

ເອ​ກະ​ສ​ານ​ສະ​ບັບ​ດັ່ງ​ກ່າວ​ກໍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈ​ຳ​ເປັນ​ຕ້ອງ​ຮັກ​ສາ​ລະ​ດັບ​​ອຸນ​ຫະ​ພູມທົ່ວ​ໂລກ ບໍ່​ໃຫ້​ເພີ່ມ​ຂຶ້ນ​ກາຍ 1,5 ອົງ​ສາ C ເມື່ອ​ທຽບ​ໃສ່​ໄລ​ຍະ​ກ່ອນ​ອຸດ​ສາ​ຫະ​ກຳ, ໃນ​ນັ້ນ ໄດ້​ເຕື້ອງ​ເຖິງ​ຄຳ​ຮຽກ​ຮ້ອງ “ຫັນ​ປ່ຽນ​ໃຫ້​ເຊື້ອ​ເພິງ ຟອກ​ຊິວ ​ອອກ​ຈາກ​ລະ​ບົບພະ​ລັງ​ງານ” ເປັນ​ພິ​ເສດ, ສອ​ດ​ຄ່ອງ​ກັບ​ເປົ້າ​ໝາຍ​ທີ່​ມີ​ເກືອບ 200 ປະ​ເທດ ໄດ້​ຕົກ​ລົງ​ເປັນ​ເອ​ກະ​ພາບ​ໃນ​ກອງ​ປະ​ຊຸມບັນ​ດາ​ຝ່າຍ​ທີ່ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ຄັ້​ງ​ທີ 28 (COP 28) ເມື່ອ​ປີ 2023 ຢູ່​ສ​ະ​ຫະ​ລັດ ອາ​ຣັບ ເມ​ມີ​ເລດ.

ເລື່ອງ​ມະ​ຕິ​ສະ​ບັບ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຮັບ​ຮອ​ງ​ເອົາ, ໂດຍ​ບໍ່​ຫົວ​ຊາ​ຕໍ່​ການ​ຄັດ​ຄ້ານ​ຈາກ​ບາງ​ປະ​ເທດ​ໃຫຍ່​, ໃນ​ນັ້ນ​ມີ ອາ​ເມ​ລິ​ກາ ນັ້ນ, ໄດ້​ຮັບ​ຖື​ວ່າ ແມ່ນ​ບາດ​ກ້າວ​ທີ່​ໃຫຍ່ ໃນ​ການ​ຊຸກ​ຍູ້​ຄວາມ​ຍຸ​ຕິ​ທຳ​ດ້ານ​ດິນ​ຟ້າ​ອາ​ກາດ. ຕາມ​ທ່ານ​ Antonio Guterres ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ, ແລ້ວ, ມະ​ຕິ​ສະ​ບັບ​ດັ່ງ​ກ່າວ ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ໃນ​ບັນ​ດາ​​ພາກ​ພື້ນ​ທີ່​ຖືກ​ຜົນ​ກະ​ທົບ​ໃນ​ຂົ​ງ​ເຂດ​ດິນ​ຟ້າ​ອາ​ກາດ​ໃນຫຼາຍ​ປີ​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ ອາ​ຟະ​ລິ​ກາ.

“ອາ​ຟະ​ລິ​ກາ ຕ້ອງ​ແມ່ນ​ໃຈ​ກາງ​ຂອງ​ຄວາ​ມ​ຍຸ​ຕິ​ທຳ​ດ້ານ​ດິນ​ຟ້າ​ອາ​ກາດ. ອາ​ຟະ​ລິ​ກາ ມີ 60% ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ​ແສງ​ຕາ​ເວັນ​ຂອງ​ໂລກ ແຕ່​ວ່າ ໄດ້​ຮັບພຽງ​ແຕ່​ 2% ກາ​ນ​ລົງ​ທຶນ​ເຂົ້າ​ຂົງ​ເຂດພະ​ລັງ​ງານ​ສະ​ອາດ​ທົ່ວ​ໂລກ. ​ຖ້າ​​ໄດ້​ຮັບ​ການ​ລົງ​ທຶນ​ຖືກ​ຕ້ອງ​ຕາມ​ອັດ​ຕາ​ສ່ວນ​ນັ້ນ, ອາ​ຟະ​ລິ​ກາ ອາດ​ຈະ​ສ້າງ​ປະ​ລິ​ມານ​ໄຟ​ຟ້າຫຼາຍກວ່າ​ທົບ 10 ເທົ່າ ຂອງປັດ​ຈຸ​ບັນ ໃນ​ປີ 2040 ແລະ ທັງ​ໝົດ​ແມ່ນ​​ພະ​ລັງ​ງານ​ທົດ​ແທນ.”

ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ສິ່ງ​ທ້າ​ທາຍ​ຕໍ່​ໄປສຳ​ລັບ​ບັນ​ດາ​ອົງ​ການ​ຂອງ ສ​ປ​ຊ ແມ່ນ​ຕ້ອງ​ຫັນ​ມະ​ຕິ​ສະ​ບັບ​ດັ່ງ​ກ່າວເປັນ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ລະ​ອຽດ ທີ່​ມີ​ລັກ​ສະ​ນະ​ຜູກ​ມັດ​ດ້ານ​ກົດ​ໝາຍ​ຢ່າງ​ແຂງ​ແຮງກວ່າ ສຳ​ລັບ​ບັນ​ດາ​ປະ​ເທດ, ໃນ​ນັ້ນ ເລື່ອງ​ສ້າງ​ “ປຶ້ມ​ບັນ​ທຶກ​ຜົນ​ເສຍ​ຫາຍ​ສາ​ກົນ” ເພື່ອ​ຮັບ​ຮູ້​ບັນ​ດາ​ຜົນ​ເສຍ​ຫາຍ​ຈາກ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ກໍ່​ຂຶ້ນ ຕ້ອງ​ໄດ້​ຮັບ​ການ​ຜັ​ນ​ຂະ​ຫຍາຍ​ໂດຍ​ໄວ, ເພາະ​ວ່າ ນີ້​ແມ່ນ​ບ່ອນ​ອີງ​ເພື່ອ​ຄິດ​ໄລ່​ບັນ​ດາ​ຜົນ​ເສຍ​ຫາຍ ແລະ ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ປະ​ເທດ​ໃດ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕ້ອ​ງ​ຊົດ​ເຊີຍ.

ບາດ​ກ້າວ​ນ້ອຍໆໃນ​ບັນ​ຫາ​ການ​ເງິນ​ຮັບ​ໃຊ້​ຂົງ​ເຂດ​ດິນ​ຟ້າ​ອາ​ກາດ

ໄປ​ຄຽງ​ຄູ່​ກັບ​ມະ​ຕິ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ແລ້ວ, ບົດ​ລາຍ​ງານ​ຂອງ​ອົງ​ການ OECD ​ທີ່ປະ​ກາດ​ເມື່ອ​ວັນ​ທີ 21 ພຶດ​ສະ​ພາ ກໍ​ຊີ້​ໃຫ້​ເຫັນ​ມີ​ສັນ​ຍານ​ຕັ້ງ​ໜ້າ​ໜຶ່ງ​ອີກ. ລະ​ອຽດ, ໃນ​ຂົງ​ເຂດ​ການ​ເງິ​ນ​ຮັບ​ໃຊ້​ຂົງ​ເຂດ​ດິນ​ຟ້າ​ອາ​ກາດ, OECD ໃຫ້​ຮູ້​ວ່າ ​ມີ 3 ປີ​ຢ່າ​ງ​ລຽນ​ຕິດ​ທີ່ບັນ​ດາ​ປະ​ເທດ​ຮັ່ງ​ມີ ໄດ້​ປະ​ຕິ​ບັດ​ສຳ​ເລັດ ແລະ ລື່ນ​ກາຍ​ເປົ້າ​ໝາຍ​​ການອຸ​ປະ​ຖຳ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ທຸກ​ຍາກ 100 ຕື້ USD ຕໍ່​ປີ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ປັດ​ໄຈ​ຕັ້ງ​ໜ້າ​ໃນ​ສະ​ພາບ​ການຫຼາຍ​ປະ​ເທດ​ຮັ່ງ​ມີ​ກໍ​ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ ແລະ ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ. ກ່ອນ​ໜ້າ​ນັ້ນ, ທ່ານ Simon Stiell, ເລ​ຂາ​ຝ່າຍ​ບໍ​ລິ​ຫານ​ສົນ​ທິ​ສັນ​ຍາແມ່ ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (UNFCCCC) ກໍ​ເຄີຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ເຖິ​ງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແຕ່​ບັນ​ຫາກ​ານ​ເງິນ​ຮັບ​ໃຊ້​ຂົ​ງ​ເຂດ​ນີ້ ຍັງ​ຄົງ​ຮັບ​ຮູ້​ບັນ​ດາ​ຄວາມ​ຄືບ​ໜ້າ​ໃໝ່.

“ການ​ເງິນ​ຮັບ​ໃຊ້​ຂົງ​ເຂດ​ດິນ​ຟ້າ​ອາ​ກາດ ແມ່ນ​ສາຍ​ເລືອດ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂ​ດ​ນີ້. ນັບ​ແຕ່​ກອງ​ປະ​ຊຸມ ປາ​ຣີ ເມື່ອ​ປີ 2015, ພວກ​ເຮົາ​ກໍ​ກ້າວ​ເດີນ​​ໄປໄດ້​ໄລ​ຍະ​ທາງ​ທີ່​ຍາວ. ກະ​ແສ​ເງິນ​ຈາກ​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ ທີ່​ປະ​ກອບ​ເຂົ້າ​ບ້ວງ​ເງິນ​ຮັບ​ໃຊ້​ຂົງ​ເຂດ​ດິນ​ຟ້າ​ອາ​ກາດ ​ກໍ່ພວມ​ເພີ່ມ​ຂຶ້ນ. ບັນ​ດາ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ແລະ ພວກ​ເຮົາ ເຫັນ​ມີ​ຈຳ​ນວນ​ເງິນ​ນັບ​ຕື້ USD ໄດ້​ໄຫຼ​ເຂົ້າ​ຂົງ​ເຂດ​ພະ​ລັງ​ງານ​ສະ​ອາດ ແລະ ການ​ຫັນ​ເປັນ​ພະ​ລັງ​ງານ​ຍຸ​ຕິ​ທຳ​ໃນ​ທົ່ວ​ໂລກ”.

ເຖິງ​ວ່າ​ເປັນ​ແນວ​ນັ້ນ​ກໍ​ຕາມ, ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ດິນ​ຟ້າ​ອາ​ກາດ​ ຍັງ​ຄົງ​ໃສ່​ໃຈ​ວ່າ ບັນ​ດາ​ຕົວ​ເລກ​ໃນ​ປັດ​ຈຸ​ບັນ ຍັງ​ໄກ​ຫຼ​າຍ ເມື່ອ​ທຽບ​ໃສ່​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາຫຼ້າ​ສຸດ ກ່ຽວ​ກັບ​ດ້ານ​ການ​ເງິນ​ຮັບ​ໃຊ້​ຂົງ​ເຂດ​ດິນ​ຟ້າ​ອາ​ກາດ. ລະ​ອຽດ, ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 29 ບັນ​ດາ​ຝ່າ​ຍ​ທີ່​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ (COP29) ຢູ່ ອາ​ແຊັກ​ໄບ​ຢານ ເມື່ອ​ປີ 2024, ບັນ​ດາ​ປະ​ເທດ​ຮັ່ງ​ມີ​ໄດ້​ເຫັນ​ດີ​ສ້າງ​ເປົ້າ​ໝາຍ​ໃໝ່ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາສະ​ໜອງ 300 ຕື້ USD ຕໍ່​ປີ ໃນ​ປີ 2035. ພ້ອມ​ດຽວ​ກັນ​ນັ້ນ, ໜຶ່ງ​ເປົ້າ​ໝາຍ​ໃຫຍ່ກວ່າ ກໍ​ໄດ້​ຍົກ​ອອກ​ມາ ແນ​ໃສ່​ລະ​ດົມ​ແຫຼ່ງ​ກຳ​ລັງ​ທີ່​ມີ​ມູນ​ຄ່າ​ທັງ​ໝົດ 1.300 ຕື້ USD ຕໍ່​ປີ ຈາກ​ທັງ​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່ຫຼວງ​ທີ່​ສຸດ​ສຳ​ລັບ​ປະ​ຊາ​ຄົມ​ສາ​ກົນ. ວົງ​ການ​ນັກ​ຊ່ຽວ​ຊານ​ດ້ານ​ດິນ​ຟ້າ​ອາ​ກາດ ຝ່າຍ​ຕາ​ເວັນ​ຕົກ ພວມ​ຊຸກ​ຍູ້​ເລື່ອງ​ຂະ​ຫຍາຍ​ກຸ່ມ​ບັນ​ດາ​ປະ​ເທດ​ປະ​ກອບ​ເງິນ​ອຸ​ປະ​ຖຳ, ສະ​ເໜີ​ນຳ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​​ກິດ​ທີ່​ເຄີ​ຍ​ຈັດ​ເຂົ້າ​ກຸ່ມ​ພວມ​ພັດ​ທະ​ນາ ແຕ່​ປັດ​ຈຸ​ບັນ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ແລ້ວ ຄື ຈີນ ແລະ ອາ​ຣັບ​ບິ ຊະ​ອຸ​ດິ ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ທີ່​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ພາກ​ເອ​ກະ​ຊົນ​ສວມ​ບົດ​ບາດ​ທີ່​ໃຫຍ່ກວ່າ./.