ບົດລາຍງານການລົງທຶນດ້ານເຕັກໂນໂລຢີ ແລະ ນະວັດຕະກຳ ຫວຽດນາມ 2026 ຄາດວ່າຈະປະກາດໃນວັນທີ 28 ພຶດສະພາ ຈະມາເຖິງ ໃນຂອບເຂດເວທີປາໄສການລົງທຶນນະວັດຕະກຳ ຫວຽດນາມ 2026. ນີ້ບໍ່ພຽງແຕ່ແມ່ນໂອກາດເບິ່ງຄືນສະພາບການລົງທຶນເຕັກໂນໂລຢີ ແລະ ນະວັດຕະກຳຂອງ ຫວຽດນາມ ໃນໄລຍະຜ່ານມາເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມຕັດສິນໃຈສືບຕໍ່ປະຕິຮູບລະບອບລະບຽບການ, ຍົກສູງຄວາມສາມາດແກ້ງແຍ້ງ ແລະ ດຶງດູດກະແສແຫຼ່ງທຶນຄຸນນະພາບສູງໃນໄລຍະພັດທະນາໃໝ່ຢ່າງຈະແຈ້ງ.
ບົດລາຍງານໄດ້ສ້າງຂຶ້ນດ້ວຍການເຂົ້າຮ່ວມຂອງຫຼາຍຄູ່ຮ່ວມມືທັງຢູ່ພາຍໃນປະເທດ ແລະ ສາກົນ, ສ່ອງແສງທ່າອ່ຽງຫັນປ່ຽນຂອງແຫຼ່ງເງິນລົງທຶນເຂົ້າບັນດາຂົງເຂດເຕັກໂນໂລຢີໃໝ່, ພ້ອມທັງສະແດງໃຫ້ເຫັນບັນດາການຜັນປ່ຽນທີ່ຕັ້ງໜ້າໃນສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ.
ຖືວິສາຫະກິດເປັນໃຈກາງຂອງການປະຕິຮູບ
ໃນສະພາບການແກ້ງແຍ້ງທົ່ວໂລກນັບມື້ນັບຮ້າຍແຮງ, ມີຫຼາຍປະເທດພວມຍູ້ແຮງການດຶງດູດແຫຼ່ງທຶນເຂົ້າບັນດາຂົງເຂດຍຸດທະສາດຄື: ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, Bigdata ຫຼື ເຕັກໂນໂລຢີສີຂຽວ. ຫວຽດນາມ ກໍ່ພວມເປັນເຈົ້າການເຂົ້າຮ່ວມທ່າອ່ຽງນີ້.
ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ແທນທີ່ການແກ້ງແຍ້ງກັນສ່ວນຫຼາຍດ້ວຍຄ່າແຮງງານຕ່ຳ ຫຼື ບຸລິມະສິດດ້ານພາສີຄືໃນເມື່ອກ່ອນ, ຫວຽດນາມ ພວມຄ່ອຍໆຫັນປ່ຽນຈາກການແກ້ງແຍ້ງດ້ວຍລະບອບລະບຽບການທີ່ໂປ່ງໃສກວ່າ, ສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກກວ່າ ແລະ ລະບົບນິເວດນະວັດຕະກຳທີ່ມີຄວາມຂະຫຍັນຂັນເຄື່ອນກວ່າ ເປັນເທື່ອລະກ້າວ. ສິ່ງນີ້ສະແດງອອກຜ່ານຫຼາຍແຜນນະໂຍບາຍ, ນະໂຍບາຍສຳຄັນໃນໄລຍະຜ່ານມາຄື ມະຕິເລກທີ 57 ກ່ຽວກັບການບຸກທະລຸພັດທະສາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ, ມະຕິເລກທີ 68 ກ່ຽວກັບການພັດທະນາເສດຖະກິດເອກະຊົນ, ພ້ອມກັບກົດໝາຍສະບັບຕ່າງໆທີ່ກ່ຽວຂ້ອງເຖິງວິທະຍາສາດເຕັກໂນໂລຢີ, ເຕັກໂນໂລຢີສູງ, ການທຸລະກຳທາງເອເລັກໂຕນິກ, ການຫັນເປັນດີຈີຕອນ ແລະ ປັນຍາປະດິດ. ທ່ານ Max-F. Scheichenost, ສະມາຊິກຜູ້ກໍ່ຕັ້ງສະພາບໍລິຫານ ອົງການພັດທະນາລົງທຶນເອກະຊົນ ຫວຽດນາມ, ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການຝ່າຍບໍລິຫານຂອງກອງທຶນ NGF Partner,ໃຫ້ຂໍ້ສັງເກດວ່າ:
ຂ້າພະເຈົ້າໄດ້ລົງທຶນໃນຫຼາຍຕະຫຼາດຢູ່ບັນດາປະເທດ. ຂ້າພະເຈົ້າເຫັນໄດ້ວ່າ ເລື່ອງຫຼຸດຜ່ອນບັນດາລະບຽບການບໍລິຫານແມ່ນສຳຄັນທີ່ສຸດສຳລັບບັນດານັກລົງທຶນ. ປີ 2014, ເມື່ອມາລົງທຶນຢູ່ຫວຽດນາມ ຄັ້ງທຳອິດ, ຂ້າພະເຈົ້າໄດ້ເສຍເວລາເປັນຫຼາຍເດືອນເພື່ອມີໃບອະນຸຍາດການລົງທຶນ. ສິ່ງນີ້ເຮັດໃຫ້ນັກລົງທຶນຕ້ອງລໍຄອຍຍາວນານ. ເພາະສະນັ້ນ, ຫວ່າງແລ້ວນີ້ ເລື່ອງລັດຖະບານ ຫວຽດນາມ ປະກາດຫຼຸດຜ່ອນລະບຽບການບໍລິຫານ ແລະ ຫຼຸດເວລາອອກໃບອະນຸຍາດໃຫ້ສັ້ນລົງ ແມ່ນບາດກ້າວເດີນໃຫຍ່ເພື່ອດຶງດູດບັນດານັກລົງທຶນຕ່າງປະເທດ ແລະ ບັນດາໂຄງການໃຫຍ່.
ການຫັນປ່ຽນທີ່ເປັນໜ້າສົນໃຈອື່ນອີກຄື ວິທີການເຂົ້າເຖິງກັບນະວັດຕະກຳ ພວມຄ່ອຍໆເປີດອົກເປີດໃຈແລະ ແທດຈິງກວ່າ. ຖ້າເມື່ອກ່ອນ ການ startup ສ່ວນຫຼາຍໄດ້ຮັບຮູ້ຄືກັນກັບຮູບແບບທົດລອງ ແຕ່ປັດຈຸບັນເຂດ startup ປະດິດຄິດສ້າງໄດ້ກຳນົດແມ່ນກຳລັງໜູນເຕີບໂຕໃໝ່ຂອງພື້ນຖານເສດຖະກິດ.
ການສ້າງບັນດາສູນນະວັດຕະກຳແຫ່ງຊາດ, ບັນດາກອງທຶນລົງທຶນ startup ຫຼື ບັນດາໂຄງການເຊື່ອມຕໍ່ວິສາຫະກິດເຕັກໂນໂລຢີກັບນັກລົງທຶນສາກົນ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈສ້າງລະບົບນິເວດທີ່ມີຄວາມສາມາດແກ້ງແຍ້ງຢ່າງພຽງພໍໃນພາກພື້ນ. ທ່ານ Michael Driol, ຜູ້ອຳນວຍການໃຫຍ່ Mekong Partner ຢັ້ງຢືນວ່າ:
ຫວຽດນາມພວມຫັນປ່ຽນຈາກພື້ນຖານເສດຖະກິດອີງໃສ່ຄ່າໃຊ້ຈ່າຍ ກາຍເປັນພື້ນຖານເສດຖະກິດອີງຕາມຄວາມສາມາດ, ສິ່ງນີ້ມີຄວາມໝາຍວ່າ ມີຫຼາຍນັກເຕັກນິກ, ບຸກຄະລາກອນທີ່ມີຄຸນນະພາບສູງກວ່າ, ມີຫຼາຍການບໍລິການກວ່າ ໄດ້ສະສົມເຕົ້າໂຮມກວ່າ ແລະ ບັນດາວິສາຫະກິດພາຍໃນປະເທດນັບມື້ນັບເຂັ້ມແຂງກວ່າ, ມີຄວາມສາມາດແກ້ງແຍ້ງທົ່ວໂລກ.
ຢັ້ງຢືນຄວາມຕັດສິນໃຈປະຕິຮູບ ແລະ ຮ່ວມເດີນທາງພ້ອມກັບນັກລົງທຶນ
ໃນສະພາບການກະແສແຫຼ່ງເງິນລົງທຶນສາກົນ ນັບມື້ນັບມີຄວາມລະມັດລະວັງ ແລະ ມີຄວາມຮຽກຮ້ອງຕ້ອງການສູງກວ່າກ່ຽວກັບລັກສະນະໂປ່ງໃສ, ມີສະຖຽນລະພາບ ແລະ ຄວາມສາມາດພັດທະນາແບບຍືນຍົງນັ້ນ, ຫວຽດນາມ ພວມແຜ່ກະຈາຍສານຂໍ້ຄວາມທີ່ຈະແຈ້ງກ່ຽວກັບຄວາມຕັດສິນໃຈປະຕິຮູບ ແລະ ຮ່ວມເດີນທາງກັບນັກລົງທຶນ.
ຍ້ອນແນວນັ້ນ, ການປະກາດບົດລາຍງານການລົງທຶນເຕັກໂນໂລຢີ ແລະ ນະວັດຕະກຳ ຫວຽດນາມ 2026 ບໍ່ພຽງແຕ່ມີຄວາມໝາຍສະຖິຕິ ຫຼື ວິເຄາະຕະຫຼາດເທົ່ານັ້ນ, ສຳຄັນກວ່ານັ້ນ, ນີ້ຍັງແມ່ນໂອກາດເພື່ອຢັ້ງຢືນຄວາມມຸ່ງຫວັງສ້າງພື້ນຖານເສດຖະກິດອີງຕາມພູມປັນຍາ, ເຕັກໂນໂລຢີ ແລະ ນະວັດຕະກຳ, ບ່ອນທີ່ຂົງເຂດເອກະຊົນ, ວິສາຫະກິດເຕັກໂນໂລຢີ ແລະ startup ກາຍເປັນກຳລັງໜູນການເຕີບໂຕເສຳຄັນໃນໄລຍະພັດທະນາໃໝ່ຂອງປະເທດຊາດ. ທ່ານນາງ ເລຮວ່າງອວຽນວີ, ຜູ້ອຳນວຍການຝ່າຍບໍລິຫານ Do Ventures ຫົວໜ່ວຍຮ່ວມຈັດຕັ້ງເວທີປາໄສການລົງທຶນເຕັກໂນໂລຢີ ແລະ ນະວັດຕະກຳ ຫວຽດນາມ 2026 ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າຢາກແບ່ງປັນກັບບັນດານັກລົງທຶນໃນທົ່ວໂລກເຂົ້າໃຈວ່າ ຫວຽດນາມ ພວມມີບັນດາການປ່ຽນແປງນະໂຍບາຍຈຸດສຸມ, ເພື່ອອາດສາມາດລະດົມບັນດາແຫຼ່ງທຶນມຸ່ງໄປເຖິງບັນດາຂະແໜງເຕັກໂນໂລຢີຍຸດທະສາດ. ຈາກນັ້ນ, ທັງບັນດານັກລົງທຶນກໍ່ຄືບັນດາບໍລິສັດທີ່ໄດ້ຮັບການລົງທຶນ ຈະກາຍເປັນບັນດາກຳລັງໜູນພັດທະນາຢ່າງແຮງ, ຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດແຖວໜ້າກ່ຽວກັບນະວັດຕະກຳ ແລະ ວິທະຍາສາດເຕັກໂນໂລຢີ.
ອາດເຫັນໄດ້ວ່າ ການຫັນປ່ຽນໃນຈິນຕະນາການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ພວມກາຍເປັນພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ປັບປຸງຄວາມເຊື່ອໝັ້ນຕໍ່ກັບປະຊາຄົມວິສາຫະກິດ ແລະ ນັກລົງທຶນສາກົນ. ໃນໄລຍະພັດທະນາໃໝ່, ນີ້ຈະແມ່ນກຳລັງໜູນຫຼັກແຫຼ່ງຊ່ວຍໃຫ້ພື້ນຖານເສດຖະກິດ ຍົກສູງຄວາມສາມາດໃນການແກ້ງແຍ້ງ, ດຶງດູດແຫຼ່ງກຳລັງຄຸນນະພາບສູງ ແລະ ມຸ່ງໄປເຖິງເປົ້າໝາຍການເຕີບໂຕໂດຍໄວ ແລະ ຍືນຍົງ.








