VOV WorldVOV World
ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຍົກສູງພາບພົດ ຫວຽດນາມ ໃນເວທີສາກົນ
31/01/2018 09:17
(VOVWORLD) - ບໍ່ພຽງແຕ່ຍາດແຍ່ງໄດ້ການຊ່ວຍເຫຼືອຂອງ UNESCO ໃນເລື່ອງສຳພັດກັບຄວາມຮູ້, ບົດຮຽນ ແລະ ບັນດາແຫຼ່ງໜູນຊ່ວຍດ້ານການເງິນ, ເຕັກນິກທີ່ກ້າວໜ້າໃນໂລກ
ປີ 2017, ການທູດດ້ານວັດທະນະທຳໄດ້ປະກອບສ່ວນ ຈັດຕັ້ງບັນດາເຫດການສຳເລັດຜົນ, ໂຄສະນາເຜີຍແຜ່ເຖິງເພື່ອນມິດສາກົນກ່ຽວກັບພາບພົດປະເທດຊາດ, ຊາວ ຫວຽດນາມ ແລະ ວັດທະນະທຳ ຫວຽດນາມ. ຮ່ວມເດີນທາງພ້ອມກັບບັນດາຄວາມມານະພະຍາຍາມນັ້ນ ມີການປະກອບສ່ວນບໍ່ແມ່ນໜ້ອຍຂອງຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໃນການໂຄສະນາເຜີຍແຜ່ພາບພົດພື້ນຖານວັດທະນະທຳ ຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳໃນເວທີສາກົນ.         ອາດຈະຢັ້ງຢືນໄດ້ວ່າ ໃນຕະຫລອດກ່ວາ 40 ປີຜ່ານມາ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ສວມບົດບາດເປັນແກ່ນສານໃນວິວັດທະນາການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ ກັບ UNESCO, ຊຶ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດ ໂດຍຜ່ານການຜັນຂະຫຍາຍບັນດາລາຍການຂອງ UNESCO ປະຈຳ ຫວຽດນາມ ທີ່ປະສົບຜົນສຳເລັດ .         ບໍ່ພຽງແຕ່ຍາດແຍ່ງໄດ້ການຊ່ວຍເຫຼືອຂອງ UNESCO ໃນເລື່ອງສຳພັດກັບຄວາມຮູ້,    ບົດຮຽນ ແລະ ບັນດາແຫຼ່ງໜູນຊ່ວຍດ້ານການເງິນ, ເຕັກນິກທີ່ກ້າວໜ້າໃນໂລກ ເພື່ອຮັບໃຊ້ພາລະກິດສ້າງສາ ແລະ ພັດທະນາປະເທດຊາດເທົ່ານັ້ນ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຍັງປະກອບສ່ວນສຳຄັນເຂົ້າໃນເລື່ອງນຳການທູດວັດທະນະທຳ ກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງພື້ນຖານການຕ່າງປະເທດ ຫວຽດນາມ ທັນສະໄໝ.
TAG
VOV/VOVworld/ຄະນະກຳມະການແຫ່ງຊາດ UNESCO