ຂີດໝາຍໃໝ່ໃນການພົວພັນລະຫວ່າງ ຈີນ - ຍີ່ປຸ່ນ
25/10/2018 09:04
(VOVWORLD) -ວັນທີ 25 ຕຸລາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເລີ່ມຕົ້ນການຢ້ຽມຢາມ ຈີນ ຄັ້ງປະຫວັດສາດ ເຊິ່ງຈະແກ່ຍາວເປັນເວລາ 03 ວັນ. ການຢ້ຽມຢາມ ຈີນ ຢ່າງເປັນທາງການຄັ້ງທໍາອິດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ນັບແຕ່ປີ 2011 ມາຮອດປັດຈຸບັນ ຄາດວ່າ ຈະນໍາມາເຊິ່ງບັນດາກາລະໂອກາດຮ່ວມມືໃໝ່ໃນການພົວພັນສອງຝ່າຍລະຫວ່າງ ຍີ່ປຸ່ນ - ຈີນ, ໂດຍສະເພາະ ແມ່ນໃນຂົງເຂດເສດຖະກິດ. ພ້ອມກັນນັ້ນ, ກໍຈະຊ່ວຍໃຫ້ສອງຝ່າຍຫຍັບມໍ່ເຂົ້ໃກ້ກັນກວ່າ ພາຍຫຼັງບັນດາຄວາມເຄັ່ງຕຶງ ກ່ຽວກັບອໍານາດອະທິປະໄຕຢູ່ທະເລ ໃນໄລຍະຜ່ານມາ.
ຈີນ ແລະ ຍີ່ປຸ່ນ ແມ່ນບັນດາປະເທດໃຫຍ່ໃນພາກພື້ນ ແຕ່ການພົວພັນລະຫວ່າງສອງປະເທດ ຍາມໃດກໍເຄັ່ງຕຶງ ຍ້ອນບັນດາປັດໄຈປະຫວັດສາດ ແລະ ການຂັດແຍ້ງເຂດນໍ້າດິນແດນຢູ່ທະເລຮວາຕຸງ. ໃນໄລຍະມໍ່ໆມານີ້, ສອງປະເທດພວມມານະພະຍາຍາມຫຼຸດຜ່ອນບັນດາຄວາມເຄັ່ງຕຶງທາງດ້ານການຕ່າງປະເທດ. ໃນ 2 – 3 ປີ ມໍ່ໆ ມານີ້, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ມີການພົບປະສອງຝ່າຍຄັ້ງຕ່າງໆ ຢູ່ນອກກອງປະຊຸມສາກົນ. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ບໍ່ໄດ້ໄປຢ້ຽມຢາມ ຈີນ ຢ່າງເປັນທາງການນັບແຕ່ປີ 2011 ມາຮອດປັດຈຸບັນ ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ກໍບໍ່ໄດ້ໄປປະຕິບັດງານຄ້ັງໃດໆຢູ່ຍີ່ປຸ່ນ ແຕ່ປີ 2010 ເປັນຕົ້ນມາ.
TAG
VOV/VOVworld/ອາຄາດບາດໝາງ/ປະລະ/ເຂດນໍ້າແດນດິນ
Related








