VOV WorldVOV World
ຂໍ້ຕົກລົງສະບັບໃໝ່ຂອງ ອັງກິດ ແລະ ອີຢູ ໄດ້ແກ້ໄຂສະພາບຈົນຕາແຈ Brexit
18/10/2019 07:55
(VOVWORLD) - ພາຍຫລັງ ອັງກິດ ແລະ ອີຢູ ຖະແຫຼງວ່າ ສາມາດບັນລຸໄດ້ຂໍ້ຕົກລົງ Brexit ໃນວັນທີ 17 ຕຸລາ, ທຸກຄົນກໍ່ມີຄວາມສົນໃຈຕໍ່ ລອນດອນ ຖ້າເບິ່ງວ່າ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson, ຜູ້ທີ່ໄດ້ໃຫ້ຄຳໝັ້ນສັນຍາຈະນຳ ອັງກິດ ຖອນຕົວອອກຈາກ ອີຢູ ໃນທ້າຍເດືອນນີ້
ວັນທີ 17 ຕຸລາ, ກອງປະຊຸມສຸດຍອດສະຫະພາບ ເອີຣົບ (ອີຢູ) ໄດ້ຮັບຮອງເອົາຂໍ້ຕົກລົງສະບັບໃໝ່ ເຊິ່ງ ອັງກິດ ແລະ ອີຢູ ຫາກໍ່ບັນລຸໄດ້ໃນວັນດຽວກັນ, ທີ່ກ່ຽວຂ້ອງເຖິງເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ (ຫຼືເອີ້ນວ່າ Brexit). ທ່ານປະທານສະພາ ເອີຣົບ Donald Tusk ຖືວ່າ: ຂໍ້ຕົກລົງ Brexit ສະບັບໃໝ່ນີ້ ທັງ ອີຢູ ແລະ ອັງກິດ ເບິ່ງຄືວ່າໃກ້ຈະຫລຸດພົ້ນອອກຈາກຄວາມເປັນຫ່ວງກັງວົນອິດເມື່ອຍສຸດທ້າຍຂອງ Brexit.  ພາບປະກອບ / TTXVN         ຕໍ່ໜ້າວົງການນັກຂ່າວ, ທ່ານນາຍົກລັດຖະມົນຕີ ອັງກິດ Johnson  ແລະ ທ່ານປະທານຄະນະກຳມະການ ເອີຣົບ Jean-Claude Juncker ຖະແຫຼງວ່າ 2 ຝ່າຍສາມາດບັນລຸໄດ້ຂໍ້ຕົກລົງຍິ່ງໃຫຍ່, ຂໍ້ຕົກລົງທີ່ “ຍຸຕິທຳ ແລະ ດຸ່ນດ່ຽງ” ກ່ຽວກັບບັນຫາ Brexit. ຕາມຂໍ້ຕົກລົງປະຫວັດສາດນີ້, ສະພາຕ່ຳ ອັງກິດ ຈະດຳເນີນບາດກ້າວສຳຄັນທີ່ສຸດ ແມ່ນຈັດຕັ້ງການປ່ອນບັດທີ່ມີຄວາມໝາຍປະຫວັດສາດໃນວັນທີ 19 ຕຸລາ ເພື່ອຕັດສິນເລື່ອງປະເທດ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ. ນອກນັ້ນ, ຂໍ້ຕົກລົງສະບັບນີ້ ກໍ່ຄວນໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາການນຳ ອີຢູ, ບັນຫາທີ່ໄດ້ຮັບການຕີລາຄາແມ່ນ ຈະບໍ່ປະສົບກັບສິ່ງກີດຂວາງຫລາຍເກີນໄປ.
TAG
VOV/VOVworld/ຂໍ້ຕົກລົງ/ອັງກິດ/ອີຢູ/Brexit