ຂຸດຄົ້ນບັນດາຜົນປະໂຫຍດຂອງສື່ສັງຄົມອອນລາຍໃຫ້ເປັນຢ່າງດີ ເພື່ອສ້າງສະຖຽນນະພາບ ແລະ ພັດທະນາສັງຄົມ
17/06/2019 12:11
(VOVWORLD) - “ສື່ສັງຄົມ ສໍາລັບການສ້າງສະຖຽນລະພາບດ້ານການເມືອງ, ສັງຄົມ ຢູ່ຫວຽດນາມ” ແມ່ນຫົວຂໍ້ບົດຂຽນຂອງທ່ານ ຫວໍວັນເຖືອງ ກໍາມະການກົມການເມືອງ, ເລຂາສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ທີ່ໄດ້ລົງໃນໜັງສືພິມຕ່າງໆໃນວັນທີ 17 ມິຖຸນານີ້. ໃນບົດຂຽນ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ໄດ້ຊີ້ໃຫ້ເຫັນວ່າການສ້າງສະພາບແວດລ້ອມຖະແຫຼງຂ່າວທີ່ປອດໃສ, ປອດໄພ, ໃນນັ້ນ, ສື່ສັງຄົມ ແມ່ນໜຶ່ງໃນບັນດາແຫຼ່ງກໍາລັງຖະແຫຼງຂ່າວທີ່ສໍາຄັນນັ້ນ ຈະປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນເຂົ້າໃນການປົກປັກຮັກສາສະພາບແວດລ້ອມດ້ານການເມືອງ, ສັງຄົມ ຢ່າງມີສະຖຽນລະພາບ ອັນໄດ້ເປັນພື້ນຖານໃຫ້ປະເທດຊາດພັດທະນາແບບຍືນຍົງ.

ສື່ສັງຄົມ ແມ່ນໜຶ່ງໃນບັນດາ “ກະແສຂໍ້ມູນຂ່າວສານ” ບົນພື້ນຖານ, ການບໍລິການຂອງເຕັກໂນໂລຢີທີ່ອະນຸຍາດໃຫ້ຜູ້ນໍາໃຊ້ຕັ້ງຂຶ້ນ ເພື່ອແບ່ງປັນ, ແລກປ່ຽນ, ປຶກສາຫາລື ແລະ ສາມາດປ່ຽນແປງບັນດາເນື້ອໃນ, ສ້າງເປັນເຄືອຂ່າຍຮ່ວມສໍາພັນ ແລະ ກະທົບຕອບເຊິ່ງກັນແລະກັນໃນສັງຄົມ. ສື່ສັງຄົມ ໂດຍສະເພາະແມ່ນສື່ສັງຄົມອອນລາຍ ໄດ້ຮັບການຍົກລະດັບ, ໜູນຊ່່ວຍຈາກບັນດາເຕັກໂນໂລຢີໃໝ່ເປັນຕໍ່ເນື່ອງ ນັບມື້ນັບເປັນປະໂຫຍດ ແລະ ສະດວກກວ່າ, ກາຍເປັນຊ່ອງຂໍ້ມູນສໍາຄັນ, ຊຸກຍູ້ວິວັດການພົວພັນແລກປ່ຽນ ແລະ ເຊື່ອມຕໍ່ໃນສັງຄົມ. ແຕ່ຢູ່ໃນບັນດາສື່ສັງຄົມນັ້ນເອງ ກໍສະແດງໃຫ້ເຫັນບັນດາຜົນກະທົບທີ່ຫຍໍ້ທໍ້, ຊ້ອນແຝງບັນດາໄພອັນຕະລາຍກໍ່ໃຫ້ເກີດຄວາມສັບສົນ, ບໍ່ສາມາດຄາດຄະເນໄດ້ລ່ວງໜ້າ, ຊໍ້າບໍ່ໜໍາ ຍັງກໍ່ຄວາມ ແບ້ງແຍກ, ຍຸແຫຍ່ຄວາມປາດໝາງໃນສັງຄົມ, ໂດຍສະເພາະແມ່ນຢູ່ບັນດາປະເທດທີ່ມີຫຼາຍຊົນເຜົ່າ ແລະ ຫຼາຍສາສະໜາ.
TAG
VOV/VOVworld/ສື່ສັງຄົມ/ສື່ສັງຄົມອອນລາຍ/ຂໍ້ມູນຂ່າວສານ/ສະຖຽນລະພາບ
Related








