ຄວາມເຄັ່ງຕຶງໃນການພົວພັນລະຫວ່າງອາເມລິກາ-ອີຣານຫລຸດຜ່ອນລົງ
10/01/2020 09:13
(VOVWORLD) -48 ຊົ່ວໂມງກ່ວາໄດ້ຜ່ານພົ້ນໄປ ນັບແຕ່ຈຸດເວລາ ອີຣານ ປຸກລະດົມບັ້ນບຸກໂຈມຕີດ້ວຍລູກສອນໄຟ ໃສ່ຖານທີໝັ້ນ 2 ແຫ່ງຢູ່ ອີຣັກ ທີ່ມີທະຫານອາເມລິກາ ຕັ້ງທັບຢູ່ເມື່ອຮຸ່ງເຊົ້າວັນທີ 8 ມັງກອນ, ບໍ່ທັນມີບໍ່ວ່າການລາຍງານໃດຕື່ມອີກກ່ຽວກັບບັນດາການກະທຳດ້ານການທະຫານຂອງທັງສອງຝ່າຍ. ອີກຢ່າງໜຶ່ງ, ສອງຝ່າຍໄດ້ຍົກອອກບັນດາສານຢ່າງລຽນຕິດຕາມທິດ “ຫລຸດຜ່ອນຄວາມເຄັ່ງຕຶງ” ຊື່ງໄດ້ເຮັດໃຫ້ຫາງສຽງມີຄວາມອຸ່ນອຽນໃຈໂດຍຊົ່ວຄາວວ່າ ໄພເກີດສົງຄາມລະຫວ່າງ ອາເມລິກາ-ອີຣານ ພວມຫລຸດຜ່ອນລົງ.

ທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ບໍ່ຢາກເກີດສົງຄາມ. ນີ້ແມ່ນຂໍ້ສັງເກດຂອງນັກໄຈ້ແຍກ ແລະ ຜູ້ຊ່ຽວຊານດ້ານການທະຫານສາກົນຫຼາຍທ່ານໃນຊຸມວັນທີ່ຜ່ານມາ, ຊ້ຳບໍ່ໜຳ, ໃນຈຸດເວລາທີ່ຄວາມເຄັ່ງຕຶງຢູ່ຕາເວັນອອກກາງຖືກຖືວ່າແມ່ນຂຶ້ນເຖິງຂັ້ນສູງສຸດ ດ້ວຍເຫດການກອງທັບອາກາດ ອາເມລິກາ ເຂັ່ນຂ້ານາຍພົນ Qassem Soleimani ຂອງກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ເມື່ອຮຸ່ງເຊົ້າວັນທີ 3 ມັງກອນ ແລະ ທະຫານ ອີຣານ ໄດ້ໂຕ້ຕອບຄືນ ດ້ວຍການຍິງລູກສອນໄຟ ບຸກໂຈມຕີໃສ່ຖານທີ່ໝັ້ນ 2 ແຫ່ງທີ່ມີທະຫານ ອາເມລິກາ ຕັ້ງທັບຢູ່ ອີຣັກ ເມື່ອຮຸ່ງເຊົ້າວັນທີ 8 ມັງກອນ. ແຕ່ກໍ່ຍັງໂຊກດີ, ໃນຈຸດເວລາທີ່ເຄັ່ງຮ້ອນທີ່ສຸດນັ້ນ, ທັງ ວໍຊິງຕັນ ແລະ ເຕເຮຣານ ລ້ວນແຕ່ໄດ້ສະແດງອອກບັນດາການກະທຳໄກ່ເກ່ຍຄວາມປອງດອງອັນຕັ້ງໜ້າ, ຊື່ງໄດ້ຫລຸດຜ່ອນບັນຍາກາດສົງຄາມອັນເຄັ່ງຮ້ອນທີ່ສຸດຢູ່ໃນພາກພື້ນນີ້ລົງ. ອີຣານ ຢືນຢັນ “ໄດ້ແກ້ແຄ້ນສຳເລັດແລ້ວ” ແລະ ບໍ່ຢາກສ້າງຄວາມເຄັ່ງຕຶງຂຶ້ນຕື່ມ ພາຍຫຼັງການບຸກໂຈມຕີທາງອາກາດໃສຖານທີ່ໝັ້ນ 2 ແຫ່ງທີ່ມີທະຫານ ອາເມລິກາ ຕັ້ງທັບຢູ່ ເມື່ອຮຸ່ງເຊົ້າວັນທີ 8 ມັງກອນນັ້ນ, ວົງການເຈົ້າໜ້າທີ່ ອີຣານ ໄດ້ຢັ້ງຢືນໂດຍທັນທີ ວ່າ “ສຳເລັດເປົ້າໝາຍແກ້ແຄ້ນ ອາເມລິກາ ແລ້ວ”, ໝາຍຄວາມວ່າ, ຈະບໍ່ມີການກະທຳດ້ານການທະຫານໃໝ່ຕື່ມອີກ ເຖິງວ່າຍັງກ່າວເຕືອນວ່າ ຈະແກ້ແຄ້ນອີກ ຖ້າຫາກວ່າ ວໍຊິງຕັນ ເຮັດໃຫ້ການສູ້ຢັນກັນປີນຂັ້ນໄດ. ທ່ານ Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຂຽນລົງໃນສື່ສັງຄົມອອນລາຍ Twitter ສ່ວນຕົວວ່າ ເຕເຮຣານ “ໄດ້ແກ້ແຄ້ນສຳເລັດແລ້ວ” ເພື່ອແນໃສ່ຈຸດປະສົງປ້ອງກັນຕົວ ຕາມກົດບັດ ສປຊ ແລະ “ບໍ່ໄດ້ຊອກຫາການປີນຂັ້ນໄດ ຫຼືສົງຄາມ, ແຕ່ຈະປ້ອງກັນຕົນເອງຕໍ່ໜ້າທຸກໆການຮຸກຮານ”. ໃນຂະນະນັ້ນ, ການນຳສູງສຸດ Ayatollah Ali Khamenei ໄດ້ພັນລະນາການບຸກໂຈມຕີວ່າ “ແມ່ນການຕົບໜ້າ”ອຳນາດການປົກຄອງຂອງປະທານາທິບໍດີ Donald Trump ແລະຮຽກຮ້ອງໃຫ້ກຳລັງ ອາເມລິກາ ຈົ່ງຖອນຕົວອອກຈາກຕາເວັນອອກກາງ. ເຖິງຢ່າງໃດກໍ່ຕາມ, ທ່ານ Khamenei ກໍ່ບໍ່ໄດ້ນາບຂູ່ວ່າຈະມີການກະທຳດ້ານການທະຫານໃດໆຕື່ມອີກ ແທນໃຫ້ນັ້ນ, ພັດໄດ້ຍ້ອງຍໍສັນລະເສີນທ່ານນາຍພົນ Soleimani ວ່າແມ່ນ “ຜູ້ກ້າຫານ, ຄິດງຳລອບຄອບ, ລະມັດລະວັງ” ນັບທັງໃນດ້ານການເມືອງ ແລະ ການທະຫານ. ນອກຈາກນັ້ນ, ອີຣານ ຍັງໄດ້ຕິດຕໍ່ກັບ ອາເມລິກາ ຢ່າງໜ້ອຍສຸດແມ່ນຜ່ານ 3 ຊ່ອງທາງຄື: ຊູແອັດ ແລະ ປະເທດອື່ນໆ ເພື່ອສົ່ງສານທີ່ວ່າ ເຕເຮຣານ “ໄດ້ແກ້ແຄ້ນສຳເລັດແລ້ວ” ແລະ ລໍຖ້າເບິ່ງປະຕິກິລິຍາໂຕ້ຕອບຈາກ ອາເມລິກາ.
TAG
VOV/VOVworld/ອາເມລິກາ-ອີຣານ/Qassem Soleimani/ຫຼົດຜ່ອນ/ຄວາມປອງດອງ
Related








