ຄວາມມານະພະຍາຍາມສ້າງຕັ້ງຄຳສັ່ງຢຸດຍິງຢູ່ເຂດ Gaza ຕົກເຂົ້າສູ່ສະພາບຈົນຕາແຈ
24/10/2023 09:20
(VOVWORLD) - ບັນດາຄວາມມານະພະຍາຍາມສ້າງຕັ້ງຄຳສັ່ງຢຸດຍິງ, ຢຸດຕິການປະທະ ກັນຢູ່ເຂດ Gaza ສືບຕໍ່ຕົກເຂົ້າສູ່ສະພາບຈົນຕາແຈ ເມື່ອມີຫຼາຍການເຄື່ອນໄຫວການທູດຂັ້ນສູງທີ່ໄດ້ດຳເນີນໃນຊຸມວັນຜ່ານມາ ລ້ວນແຕ່ບໍ່ນຳມາເຊິ່ງໝາກຜົນໃດໆ. ຄວາມຈິງດັ່ງກ່າວ ໄດ້ຊີ້ໃຫ້ເຫັນການແບ່ງແຍກລະຫວ່າງບັນດາປະເທດຕາເວັນຕົກ ກັບໂລກ ອາຣັບ, ພ້ອມທັງບັງຄັບໃຫ້ປະຊາຄົມສາກົນ ຕ້ອງມີຄວາມເອົາໃຈໃສ່ເປັນພິເສດຕໍ່ການສະກັດກັ້ນວິກິດການມະນຸດສະທຳຢູ່ເຂດດິນແດນດັ່ງກ່າວ.

ທ້າຍອາທິດຜ່ານມາ, ການພົບປະຂັ້ນສູງ 2 ຄັ້ງໄດ້ຈັດຂຶ້ນຢ່າງລຽນຕິດ ເພື່ອຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ເຂດ Gaza. ວັນທີ 21 ຕຸລາ, ຢູ່ນະຄອນຫຼວງ Cairo ຂອງ ອີຢິບ, ແມ່ນການພົບປະແບບເຊິ່ງໜ້າລະຫວ່າງການນຳບັນດາປະເທດ ອາຣັບ, ເອີຣົບ, ອາເມລິກາ ແລະ ຫຼາຍອົງການຈັດຕັ້ງສາກົນໃຫຍ່. ຫຼັງຈາກນັ້ນໜຶ່ງວັນ (ຄືວັນທີ 22 ຕຸລາ) ແມ່ນການປະຊຸມແບບທາງໄກລະຫວ່າງປະມຸກລັດບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ, ລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ ແລະ ການາດາ. ເຖິງຢ່າງໃດກໍຕາມ, ທັງສອງເຫດການທາງການທູດຂະໜາດໃຫຍ່ນີ້ ລ້ວນແຕ່ບໍ່ນຳມາເຊິ່ງມາດຕະການແກ້ໄຂໃດໆທີ່ມີຄວາມເປັນໄປໄດ້ເພື່ອຫຼຸດຜ່ອນຄວາມເຄັ່ງຂອງການປະທະກັນທີ່ພວມເກີດຂຶ້ນຢູ່ເຂດ Gaza.
TAG
VOV/VOVworld/ເຂດ Gaza/ຢຸດຍິງ/ປະທະກັນ/ຈົນຕາແຈ
Related







