ຄວາມເມດຕາ, ຄວາມຮັບຜິດຊອບ ແລະ ວັດທະນະທຳມະນຸດແມ່ນສິ່ງທີ່ສ້າງເປັນຈິດໃຈ, ຖານະບົດບາດແລະທີ່ຕັ້ງຫວຽດນາມ
19/03/2020 10:25
(VOVWORLD) - ໂລກພະຍາດອັກເສບປອດ (COVID -19)ທີ່ເກີດຈາກໄວຣັດ SARS-CoV-2ພວມຜັນແປໄປຢ່າງສັບສົນ. ຕົວເລກສະຖິຕິໃນວັນທີ 18 ມີນາ ປີ 2020 ຈາກ ມະຫາວິທະຍາໄລ Johns Hopkinsຊີ້ໃຫ້ເຫັນວ່າ ໂລກພະຍາດນີ້ພວມແຜ່ລະບາດອອກສູ່ວົງກວ້າງຢູ່ 176 ປະເທດ ແລະ ເຂດແຄ້ວນ, ນາບຂູ່ຢ່າງຮ້າຍແຮງເຖິງສຸຂະພາບຂອງມວນມະນຸດ. ຫລາຍປະເທດໄດ້ນຳໃຊ້ບັນດາມາດຕະການປ້ອງກັນ, ຄວບຄຸມໂລກພະຍາດຢ່າງຄົບຊຸດ, ຂ້ຽວຂາດ. ພາບພົດຂອງປະເທດຫວຽດນາມ ດ້ວຍຄວາມມີຄວາມເມດຕາ, ຄວາມຮັບຜິດຊອບໃນການປ້ອງກັນ, ຄວບຄຸມໂລກພະຍາດ COVID – 19 ພ້ອມກັບປະຊາຄົມສາກົນ ໄດ້ສ້າງເປັນຈິດໃຈ, ຖານະບົດບາດແລະທີ່ຕັ້ງຂອງຫວຽດນາມ.

ຄອບຄົວຊາວຈີນ ສອງຄົນ ທີ່ຕິດເຊື້ອ COVID-19 ໄດ້ຮັບການປິ່ນປົວຫາຍດີ ຖ່າຍຮູບກັບແພດໝໍ ຢູ່ ນະຄອນ ໂຮ່ຈີມິນ (ຫວຽດນາມ) ມາຮອດຕອນຄ່ຳວັນທີ 18 ມີນາ ປີ 2020, ຫວຽດນາມ ໄດ້ກວດພົບຜູ້ຕິດພະຍາດ COVID-19 ແມ່ນ 76 ຄົນ, ໃນນັ້ນ ມີ 16 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ. ໂດຍຕອບສະຫນອງຕາມຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທົ່ວປວງຊົນ ໄດ້ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດຫວຽດນາມ, ສາມັກຄີກັນ, ມີຄວາມເມດຕາປານີ, ໜູນຊ່ວຍເຊິ່ງກັນ ແລະກັນ, ເປັນຈິດໜຶ່ງໃຈດຽວກັນ, ເດັດຂາດບໍ່ໄດ້ມີການຈຳແນກການປະພຶດຕໍ່ຜູ້ຕິດເຊື້ອ COVID-19 ບໍ່ວ່າຈະເປັນຊາວຫວຽດນາມ ຫລື ຊາວຕ່າງປະເທດ.
TAG
VOV/VOVworld/ພະນັກງານການແພດ/ປິ່ນປົວ
Related








