VOV WorldVOV World
ຄວາມສາມັກຄີແມ່ນຢາວັກຊິນຊ່ວຍ ອາຊຽນ ຍູ້ໂລກລະບາດໃຫ້ຖອຍໄປ
15/04/2020 07:56
(VOVWORLD) - ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ດ້ວຍບົດບາດເປັນປະທານ ອາຊຽນ, ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ໄດ້ສິ້ນສຸດລົງໃນວັນທີ 14 ເມສາ ດ້ວຍໝາກຜົນສຳຄັນຫລາຍຢ່າງ.
ຄວາມສາມັກຄີແມ່ນຢາວັກຊິນຊ່ວຍ ອາຊຽນ ຍູ້ໂລກລະບາດໃຫ້ຖອຍໄປ
  ຖະແຫຼງການຮ່ວມຂອງກອງປະຊຸມ ອີກຄັ້ງໜຶ່ງໄດ້ຢັ້ງຢືນເຖິງຈິດໃຈສາມັກຄີ, ສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຢ່າງແຮງກ່ຽວກັບການຮ່ວມມືໃນກຸ່ມ ກໍ່ຄືກັບບັນດາຄູ່ຮ່ວມມື, ການຢັ້ງຢືນນີ້ແມ່ນກຳລັງແຮງ ຊ່ວຍໃຫ້ ອາຊຽນ ເອົາຊະນະຕໍ່ໂລກລະບາດໂຄວິດ-19.  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)           ຖະແຫຼງການຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ທີ່ບັນລຸໄດ້ຢູ່ບັນດາກອງປະຊຸມ ອີກຄັ້ງໜຶ່ງໄດ້ສືບຕໍ່ສ້າງແປວໄຟແຫ່ງຄວາມສາມັກຄີຂອງ ອາຊຽນແລະ ຄືດັ່ງຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃນວາລະໄຂກອງປະຊຸມສຸດຍອດພິເສດ ອາຊຽນ+3 ກ່ຽວກັບການຮັບມືກັບໂລກລະບາດ ໂຄວິດ-19 ນັ້ນ “ຄວາມສາມັກຄີ ແລະ ການອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງບັນດາປະເທດ” ແມ່ນລູກກະແຈແຫ່ງຄວາມສຳເລັດ ເພື່ອໃຫ້ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ຜ່ານຜ່າໄລຍະທີ່ຫຍຸ້ງຍາກນີ້.
TAG
VOV/VOVworld/ຄວາມສາມັກຄີ/ອາຊຽນ/ໂລກລະບາດ/ອາ​ຊຽນ+3