ຄວາມສາມັກຄີຊົນຊາດ, ສາສະຫນາເພື່ອພັດທະນາປະເທດຊາດ
12/10/2023 09:00
(VOVWORLD) -ວັນທີ 12 ຕຸລາ, ຢູ່ ຮ່າໂນ້ຍ ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນຊາວຄຼິດ ຫວຽດນາມ ສ້າງສາ ແລະ ປົກປັກຮັກສາປະເທດຊາດ ຄັ້ງທີ 8, ສະແດງໃຫ້ເຫັນນະໂຍບາຍກ່ຽວກັບສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາ ແລະ ຄວາມສາມັກຄີຊົນຊາດ, ສາສະຫນາ ຂອງພັກ ແລະ ລັດຫວຽດນາມ. ແຕ່ກ່ອນມາຮອດປະຈຸບັນ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຢັ້ງຢືນ ສາສະຫນາແມ່ນຄວາມຕ້ອງການທາງດ້ານຈິດໃຈຂອງປະຊາຊົນພາກສ່ວນຫນຶ່ງ ແລະ ໄດ້ຄົງຕົວຢ່າງຍາວນານພ້ອມກັບການພັດທະນາຂອງສັງຄົມ. ລະບົບກົດໝາຍຂອງຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນທັດສະນະລຸລ່ວງ ສະເຫມີຕົ້ນສະເຫມີປາຍ ຂອງພັກ, ລັດ ຫວຽດນາມ ກ່ຽວກັບສິດເສລີໃນການເຊື່ອຖືການເຫລື້ອມໃສສາສະຫນາ.

ໄຂ ກອງປະຊຸມໃຫຍ່ຜູ້ແທນຊາວຄຼິດ ຫວຽດນາມ ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພາບ: TTXVN ແຕ່ລະໄລຍະແຫ່ງການພັດທະນາຂອງປະເທດຊາດ, ພິເສດແມ່ນໄລຍະປ່ຽນແປງໃຫມ່ແຕ່ປີ 1990 ມາຮອດປະຈຸບັນ, ພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ຄຳສັ່ງ, ມະຕິຫຼາຍສະບັບ ຮັບປະກັນສິດເສລີໃນການເຊື່ອຖື ສາສະໜາອັນຊອບທຳຂອງປະຊາຊົນ. ໃນຈຳນວນນັ້ນ, ໄວກວ່າໝູ່ແມ່ນມະຕິເລກທີ 25/NQ/TW (2003) ຂອງຄະນະບໍລິຫານງານສູນກາງພັກກ່ຽວກັບວຽກງານສາສະໜາໃນສະພາບການໃໝ່. ມະຕິດັ່ງກ່າວໄດ້ຊີ້ແຈ້ງວ່າ: “ເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ສັງຄົມຍຸດຕິທຳ, ປະຊາທິປະໄຕ ສີວິໄລແມ່ນຈຸດຄ້າຍຄືກັນເພື່ອຜູກມັດປະຊາຊົນເຊື່ອຖືບັນດາສາສະໜາກັບພາລະກິດລວມ. ພົນລະເມືອງທຸກຄົນ, ບໍ່ຈຳແນກເຊື່ອຖືສາສະໜາໃດກໍ່ລ້ວນແຕ່ມີສິດ ແລະ ພັນທະໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.”
TAG
VOV/VOVworld/ລັດຖະທຳມະນູນ/ສາສະໜາ/ການເຊື່ອຖື
Related







