VOV WorldVOV World
ກໍ່ສ້າງເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດກຳລັງຫນູນພັດທະນາແຖວຫນ້າ
16/02/2023 05:00
(VOVWORLD) -“ແນວຄິດຊີ້ນຳ ແລະເນື້ອໃນຂອງມະຕິເລກທີ 30 ຂອງກົມການເມືອງ ແລະ ໂຄງການດຳເນີນງານຂອງລັດຖະບານ ໄດ້ມີການກຳນົດທິດຫລາຍຢ່າງ ແລະ ວິໄສທັດໃຫມ່ ໃນການພັດທະນາເຂດທົ່ງພຽງແມ່ນ້ຳແດງ, ນຳເຂດນີ້ກາຍເປັນເຂດເສດຖະກິດກຳລັງຫນູນເຕີບໂຕໃຫຍ່ສຸດຂອງທົ່ວປະເທດ”.ນັ້ນແມ່ນສານຈາກ ກອງປະຊຸມໃຫຍ່ຜັນຂະຫຍາຍໂຄງການດຳເນີນງານຂອງລັດຖະບານໃນການປະຕິບັດມະຕິເລກທີ 30 ລົງວັນທີ 23 ພະຈິກປີ 2022 ຂອງກົມການເມືອງ ກ່ຽວກັບທິດທາງການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳແດງຮອດປີ 2030, ວິໄສທັດຮອດປີ 2045, ຊື່ງໄດ້ຈັດຕັ້ງຢູ່ແຂວງ ກວ໋າງນິງ ເມື່ອວັນທີ 12 ກຸມພາ ປີ 2023.
ກອງປະຊຸມປະກາດມະຕິເລກທີ 14 ຂອງລັດຖະບານກ່ຽວກັບໂຄງການດຳເນີນງານປະຕິບັດມະຕິເລກທີ 30 ຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດ - ສັງຄົມ. (ພາບ:VOV) ເຂດທົ່ງພຽງແມ່ນ້ຳແດງ ແມ່ນເຂດລຸ່ມແມ່ນ້ຳແດງ ແລະ ແມ່ນ້ຳ ທາຍບິ່ງ ຂຶ້ນກັບພາກເຫນືອ ຫວຽດນາມ. ເຂດນີ້ ລວມມີ 11 ແຂວງ, ນະຄອນຄື: ຮ່າໂນ້ຍ, ຮຶງອຽນ, ຫາຍເຢືອງ, ຫາຍຟ່ອງ, ບັກນິງ, ຫວິງຟຸກ, ຮ່ານາມ, ທາຍບິ່ງ, ນາມດິ້ງ, ນິງບິ່ງ ແລະ ກວ໋າງນິງ. ດ້ວຍເນື້ອທີ່ 14.806 ກິໂລຕາແມັດ, ນີ້ແມ່ນເຂດທົ່ງພຽງໃຫຍ່ອັນດັບ 2 ຂອງຫວຽດນາມ. ປະຊາກອນໃນເຂດນີ້ ແມ່ນ 21,6 ລ້ານຄົນ, ກວມເອົາ 22,1% ຈຳນວນພົນລະເມືອງຂອງທົ່ວປະເທດ. ເຂດທົ່ງພຽງແມ່ນ້ຳແດງ ແມ່ນຂົວເຊື່ອມຕໍ່ລະຫວ່າງ ເຂດໄຕບັກ (ທາງທິດຕາເວັນຕົກສ່ຽງເຫນືອ) ແລະ ທາງທິດເຫນືອພາກກາງ, ມີຄວາມສະດວກໃນການພົວພັນແລກປ່ຽນກັບບັນດາເຂດອື່ນຂອງທົ່ວປະເທດ. ຍ້ອນມີນະຄອນຫລວງ ຮ່າໂນ້ຍ, ໝາກຫົວໃຈຂອງທົ່ວປະເທດ ສະນັ້ນ ເຂດທົ່ງພຽງແມ່ນ້ຳແດງ ຈຶ່ງມີທີ່ຕັ້ງເປັນສູນເສດຖະກິດ, ວິທະຍາສາດ ເຕັກນິກ ແລະ ວັດທະນະທຳຂອງຫວຽດນາມ. ທີ່ນີ້ ມີສະຫນາມບິນ ໂນ້ຍບ່າຍ, ສະຫນາມບິນ ເວີນໂດ່ນ ແລະ ທ່າກຳປັ່ນ ຫາຍຟ່ອງ ແມ່ນປະຕູອອກສູ່ພາກພື້ນ ແລະໂລກ.
TAG
VOV/VOVworld/ເຂດທົ່ງພຽງແມ່ນ້ຳແດງ/ຄວາມສາມາດບົ່ມຊ້ອນ