VOV WorldVOV World
ກໍ່ສ້າງລະບົບນະໂຍບາຍສັງຄົມ ມຸ່ງໄປເຖິງທົ່ວປວງຊົນ ແລະ ພັດທະນາປະເທດຊາດແບບຍືນຍົງ
19/10/2023 10:29
(VOVWORLD) -ທີ່ກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ແຕ່ວັນທີ 2 -8 ຕຸລາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຫັນດີເປັນເອກະພາບຢ່າງສູງໃນການປະກາດໃຊ້ ມະຕິ ກ່ຽວກັບການສືບຕໍ່ປ່ຽນແປງໃຫມ່, ຍົກສູງຄຸນນະພາບນະໂຍບາຍສັງຄົມ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການສ້າງສາ ແລະປົກປັກຮັກສາປະເທດຊາດ ໃນໄລຍະໃຫມ່. ຕາມແຜນນະໂຍບາຍນີ້, ລະບົບນະໂຍບາຍສັງຄົມຂອງ ຫວຽດນາມ ແຕ່ນີ້ຮອດປີ 2030 ຈະໄດ້ຮັບການກໍ່ສ້າງ, ມຸ່ງໄປເຖິງທົ່ວປວງຊົນ, ຮອບດ້ານ, ຕອບສະຫນອງບັນດາຄວາມຮຽກຮ້ອງຕ້ອງການໃນການຮັບປະກັນຊີວິດສັງຄົມ, ສ້າງກາລະໂອກາດພັດທະນາໃຫ້ປະຊາຊົນທຸກຄົນເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ.
ກໍ່ສ້າງລະບົບນະໂຍບາຍສັງຄົມ ມຸ່ງໄປເຖິງທົ່ວປວງຊົນ ແລະ ພັດທະນາປະເທດຊາດແບບຍືນຍົງ
ກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ  XIII  ມະຕິ ກ່ຽວກັບການສືບຕໍ່ປ່ຽນແປງໃຫມ່, ຍົກສູງຄຸນນະພາບນະໂຍບາຍສັງຄົມຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດນີ້ ແມ່ນສືບທອດ ແລະ ປ່ຽນແປງໃຫມ່, ເພີ່ມເຕີມ, ພັດທະນາຫລາຍເນື້ອໃນສຳຄັນ ເມື່ອທຽບໃສ່ມະຕິສູນກາງພັກຄັ້ງທີ 5 ຊຸດທີ XI.
TAG
VOV/VOVworld/ດັດ​ຊະ​ນີ​ພັດ​ທະ​ນາ​ມະ​ນຸດ/​ປະ​ຊາ​ຊົນ​ທຸກ​ຍາກ/ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ