ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ແລະ ຂີດໝາຍຂອງຫວຽດນາມ
24/06/2019 09:15
(VOVWORLD) -ວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ ປະເທດໄທ. ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ສືບຕໍ່ຢັ້ງຢືນໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ຮຽກຮ້ອງໃຫ້ເສີມຂະຫຍາຍຈິດໃຈ, ການເຊື່ອມຈອດພາຍໃນກຸ່ມ, ເສີມຂະຫຍາຍບົດບາດເປັນໃຈກາງ ແລະ ມີປະສິດທິຜົນຂອງບັນດາກົນໄກໃນພາກພື້ນ ໂດຍ ອາຊຽນ ເປັນເຈົ້າພາບຈັດຕັ້ງ ແລະ ນໍາໜ້າ.

ໃນການເດີນທາງໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມບັນດາວາລະປະຊຸມສໍາຄັນທັງໝົດຂອງກອງປະຊຸມ, ເຊິ່ງລວມມີວາລະປະຊຸມຄົບຄະນະ, ພິທີໄຂກອງປະຊຸມ ແລະ ວາລະປະຊຸມປິດລັບຂອງບັນດາການນໍາ ອາຊຽນ. ທີ່ວາລະປະຊຸມຕ່າງໆນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກອອກບັນດາຂໍ້ສະເໜີແນະທີ່ສໍາຄັນ ເພື່ອຊຸກຍູ້ຄວາມສາມັກຄີພາຍໃນກຸ່ມ ກໍຄື ແກ້ໄຂບັນດາສິ່ງທ້າທາຍໃນສະພາບການປັດຈຸບັນ.
TAG
VOV/VOVworld/ກອງປະຊຸມສຸດຍອດ/ຂີດໝາຍ/ສາມັກຄີ/ຄວາມໝັ້ນຄົງ
Related








