VOV WorldVOV World
ລາຍການ​ຕ້ອນຮັບລະດູບານ​ໃໝ່ຢູ່​ບ້ານ​ເກີດ​​ເມືອງ​ນອນ ປຸກລຸກ​ ​ແລະ ​ແຜ່​ຂະຫຍາຍ​ນໍ້າ​ໃຈ​ຂອງ​ຊາດ​ຫວຽດນາມ
20/01/2020 09:32
(VOVWORLD) - ລາຍການຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນ ແມ່ນລາຍການທີີ່ມີຄວາມໝາຍສໍາລັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ຈາກປະເທດຊາດ, ບໍ່ພຽງແຕ່ແມ່ນຂອງຂວັນສໍາລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນຍາມທ້າຍປີເທົ່ານັ້ນ ຫາກຍັງຕອບສະໜອງໄດ້ຕາມຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາ ໄດ້ກັບເມືອບ້ານເກີດເມືອງນອນ ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຂອງເຂົາເຈົ້າອີກດ້ວຍ
ລາຍການ​ຕ້ອນຮັບລະດູບານ​ໃໝ່ຢູ່​ບ້ານ​ເກີດ​​ເມືອງ​ນອນ ປຸກລຸກ​ ​ແລະ ​ແຜ່​ຂະຫຍາຍ​ນໍ້າ​ໃຈ​ຂອງ​ຊາດ​ຫວຽດນາມ
            ເມື່ອບຸນປີໃໝ່ປະຈໍາຊາດ ຫຼື ບຸນເຕັດ ແລະລະດູບານໃໝ່ວຽນມາ, ຊາວຫວຽດນາມ ອາໄສຢູ່ທຸກແຖບຖິ່ນໃນທົ່ວໂລກ ກໍໄດ້ກັບເມືອບ້ານເກີດເມືອງນອນຂອງຕົນ ເພື່ອຕ້ອນຮັບບຸນປີໃໝ່ປະຈໍາຊາດ, ທຸກຄົນໄດ້ເຕົ້າໂຮມກັນ, ພ້ອມກັນເຈືອຈານເຂົ້າກັບບັນຍາກາດຂອງລະດູບານໃໝ່ຢ່າງອົບອຸ່ນ, ມ່ວນຊືນ ຕາມຮີບຄອງປະເພນີຂອງຊາດຫວຽດນາມ ແລະ ພິເສດ ແມ່ນກັບເມືອປະເທດເຂົ້າຮ່ວມລາຍການ “ຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນ” ໂດຍຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ສັງກັດກະຊວງການຕ່າງປະເທດຫວຽດນາມ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງຂຶ້ນ. ລາຍການດັ່ງກ່າວ ໄດ້ກາຍເປັນເຫດການໃຫຍ່ ແລະ ເປັນທີ່ຄອງຄອຍຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດນີ້, ອັນໄດ້ປະກອບສ່ວນປຸກລຸກ ແລະ ແຜ່ຂະຫຍາຍນໍ້າໃຈຂອງຊາດຫວຽດນາມຂອງຊາວຫວຽດນາມທຸກຄົນ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ.         ລາຍການຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນ ແມ່ນລາຍການທີີ່ມີຄວາມໝາຍສໍາລັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ຈາກປະເທດຊາດ, ບໍ່ພຽງແຕ່ແມ່ນຂອງຂວັນສໍາລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນຍາມທ້າຍປີເທົ່ານັ້ນ ຫາກຍັງຕອບສະໜອງໄດ້ຕາມຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາ ໄດ້ກັບເມືອບ້ານເກີດເມືອງນອນ ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຂອງເຂົາເຈົ້າອີກດ້ວຍ. ປີ 2020 ແມ່ນປີທີ 12 ເຊິ່ງລາຍການດັ່ງກ່າວໄດ້ຈັດຂຶ້ນ.
TAG
VOV/VOVworld/ບຸນ​ເຕັດ 2020/ຊາວ ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ