VOV WorldVOV World
ລັດຖະບານຫວຽດນາມຢັ້ງຢືນຄວາມຕັດສິນໃຈຊີ້ນໍາບໍລິຫານພັດທະນາປະເທດຊາດ
02/03/2020 09:09
(VOVWORLD) -ລັດຖະບານຫວຽດນາມຢັ້ງຢືນຄວາມຕັດສິນໃຈໃນການຮັກສາເປົ້າໝາຍການເຕີບໂຕໃນປີ 2020, ເຖິງວ່າ ໂລກລະບາດທີ່ເກີດຈາກເຊື້ອໄວຣັດ SARS – COV – 2 ພວມສົ່ງຜົນກະທົບໃດໜຶ່ງຕໍ່ພື້ນຖານເສດຖະກິດຫວຽດນາມ ແລະ ບັນດາຄູ່ຮ່ວມມືການຄ້າຂອງຫວຽດນາມກໍຕາມ. ມາດຕະການຫຼາຍຢ່າງໄດ້ວາງອອກ ແລະ ຂໍ້ສະເໜີຫຼາຍຂໍ້ໄດ້ຮັບການຜັນຂະຫຍາຍ ເພື່ອແນໃສ່ຮັບມືກັບສະພາບການຕົວຈິງຢ່າງມີໄຫວພິບ. ບັນດາການຜັນແປດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ມີປະຕິກິລິຍາຢ່າງວ່ອງໄວເພື່ອ ສະກັດກັ້ນໂລກລະບາດ Covid – 19 ເທົ່ານັ້ນ ຫາກຍັງຮັບມືກັບສະພາບການເສດຖະກິດ, ການເງິນ, ການຜະລິດໄດ້ຢ່າງໄວວາ ເພື່ອທົດແທນບັນດາຜົນເສຍຫາຍຈາກໂລກລະບາດດັ່ງກ່າວ.
ລັດຖະບານຫວຽດນາມຢັ້ງຢືນຄວາມຕັດສິນໃຈຊີ້ນໍາບໍລິຫານພັດທະນາປະເທດຊາດ
(ພາບປະກອບ: Tapchitaichinh.vn)
TAG
VOV/VOVworld/ໂລກລະບາດ Covid – 19/ເສດ​ຖະ​ກິດ ຫວຽດ​ນາມ/ຄວາມຕັດສິນໃຈ