VOV WorldVOV World
ມານະພະຍາຍາມຮັບປະກັນສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ
04/08/2022 10:17
(VOVWORLD) -ການປ່ຽນແປງຂອງດິນຟ້າອາກາດ ອາດຈະເຮັດໃຫ້ບັນດາຜົນງານພັດທະນາຂອງມະນຸດຖືກຖອຍຫລັງ, ເປັນຕົ້ນແມ່ນການນາບຂູ່ເຖິງສິດພື້ນຖານຂອງມະນຸດ. ຫວຽດນາມ ໄດ້ ແລະ ພວມພ້ອມກັບປະຊາຄົມສາກົນຮັບມືກັບໄພທຳມະຊາດ, ຫລຸດຜ່ອນການກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ການພັດທະນາຂອງສັງຄົມ, ຮັບປະກັນສິດໄດ້ດຳລົງຊີວິດຢ່າງປອດໄພ ແລະ ປອດໃສຂອງມະນຸດ. ການເຄື່ອນໄຫວນີ້ ສືບຕໍ່ຢັ້ງຢືນນະໂຍບາຍຂອງຫວຽດນາມ ໃນການຮັບປະກັນບັນດາສິດຂອງມະນຸດ ພິເສດແມ່ນກຸ່ມຄົນມີຄວາມສ່ຽງ, ຕໍ່ຫນ້າການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.
ຫວຽດນາມ ປະຕິບັດຫລາຍມາດຕະການເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. (ພາບ:  baogiaothong.vn ) ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດຖືກຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຫລາຍກວ່າໝູ່ໃນໂລກ ຍ້ອນມີແຄມທະເລຍາວຢຽດ. ຕາມການຄິດໄລ່, ຖ້າຫາກນ້ຳທະເລຂຶ້ນສູງ 1 ແມັດ, ມີ 40% ເນື້ອທີ່ທົ່ງນາຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, 10% ເນື້ອທີ່ທົ່ງນາຢູ່ເຂດທົ່ງພຽງແມ່ນ້ຳແດງທາງພາກເຫນືອ ຈະຖືກນ້ຳຖ້ວມ, ຊີວິດການເປັນຢູ່ ຂອງປະຊາຊົນປະມານ 20 – 30 ລ້ານຄົນຖືກຜົນສະທ້ອນໂດຍກົງ. ການກະທົບຈາກການປ່ຽນແປງຂອງດິນຟ້າອາກາດແມ່ນຜົນສະທ້ອນຢ່າງຮ້າຍແຮງທີ່ສຸດສຳລັບເປົ້າໝາຍລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ເປົ້າໝາຍສະຫັດສະວັດ ແລະ ການພັດທະນາແບບຍືນຍົງຂອງຫວຽດນາມ. ຕາມນັ້ນແລ້ວ ການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ GNI ຫລຸດລົງເຖິງ 3,5% ໃນປີ 2050 ແລະ ຜົນສະທ້ອນເຖິງ 74% ປະຊາກອນຫວຍດນາມ ພິເສດ ແມ່ນຜົນສະທ້ອນຢ່າງຮ້າຍແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຜູ້ທຸກຍາກ, ຄົນພິການ.
TAG
VOV/VOVworld/​ສິດ​ທິ​ມະ​ນຸດ/ດິນ​ຟ້າ​ອາ​ກາດ