ນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ ໃສແຈ້ງຕະຫຼອດການ
18/07/2022 07:18
(VOVWORLD) -ເລື່ອງສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການໃນປີ 1962 ລະຫວ່າງ 2 ປະເທດ ໄດ້ເປີດໜ້າໃໝ່ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາການພົວພັນລະຫວ່າງ 2 ຊາດ ຫວຽດນາມ ແລະ ລາວ.
ປີ 2022 ແມ່ນທ່ີ່ໄດ້ຄັດເລືອກເປັນປີສາມັກຄີມິດຕະພາບ ຫວຽດນາມ - ລາວ. ໃນປີນີ້, 2 ປະເທດດຳເນີນພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2022). ນີ້ແມ່ນບັນດາເຫດການທີມີຄວາມໝາຍປະຫວັດສາດ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບແບບພິເສດທີ່ມີຊີວິດຊີວາລະຫວ່າງ ຫວຽດນາມ - ລາວ. ວັນທີ 18 ກໍລະກົດ ນີ້, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ ຢ່າງສົມກຽດ. ໂດຍແມ່ນ 2 ປະເທດຖານບ້ານໃກ້ເຮືອນຄຽງມີແມ່ນ້ຳຮ່ວມສາຍ ແລະ ພູຜາເຊື່ອມຕໍ່ກັນ, ສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໄດ້ຮັບການສ້າງຕັ້ງ ແລະ ຫຼໍ່ຫຼອມໃນປະຫວັດສາດແຫ່ງການສ້າງສາ, ປົກປັກຮັກສາ ແລະ ສ້າງສາປະເທດຂອງ 2 ຊາດ.
TAG
VOV/VOVworld/ການສຶກສາ/ວັດທະນະທຳ/ພົວພັນແບບພິເສດ/ຊີວິດຊີວາ/ສາຍພົວພັນ
Related








