ອັງກິດ ຫລັງການປ່ອນບັດເລືອກຕັ້ງ: Brexit ເປີດກວ້າງຊ່ອງທາງແຕ່ຍັງບໍ່ທັນແມ່ນສິ່ງທີ່ດີທີ່ສຸດ
17/12/2019 09:52
(VOVWORLD) -ດ້ວຍເລື່ອງຍາດໄດ້ 365 ທີ່ນັ່ງໃນຍອດຈຳນວນ 650 ທີ່ນັ່ງ ທີ່ສະພາຕ່ຳອັງກິດ ພາຍຫລັງການປ່ອນບັດເລືອກຕັ້ງທົ່ວປະເທດໃນວັນທີ 12 ທັນວາ ຜ່ານມາ, ພັກນິຍົກຮັກສາເດີມຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ບັນລຸໄດ້ຈຳນວນບັດສະຫນັບສະຫນູນທີ່ຈຳເປັນເພື່ອສ້າງຕັ້ງລັດຖະບານ ພ້ອມທັງເປີດກວ້າງຊ່ອງທາງໃຫ້ການປະຕິວັດວິວັດທະນາການນຳປະເທດ ອັງກິດ ອອກຈາກ ສະຫະພາບເອີລົບ (Brexit) ຕາມການກຳນົດເວລາໃຫມ່ ແມ່ນວັນທີ 31 ມັງກອນປີ 2020. ເຖິງຢ່າງໃດກໍຕາມ ນັ້ນຍັງບໍ່ທັນແມ່ນສິ່ງທີ່ດີທີ່ສຸດ.

ພາບປະກອບ ຈຳນວນທີ່ນັ່ງຊື່ງພັກນິຍົມຮັກສາເດີມຍາດໄດ້ (365 ທີ່ນັ່ງ) ແມ່ນຫລາຍກວ່າ 39 ທີ່ນັ່ງເມື່ອທຽບໃສ່ຈຳນວນທີ່ນັ່ງທີ່ຕ້ອງຍາດໄດ້ຕາມການກຳນົດເພື່ອສ້າງຕັ້ງລັດຖະບານໃຫມ່ ຫາກບໍ່ຕ້ອງສຳພັນທະມິດກັບບັນດາກຳລັງການເມືອງອື່ນ (326 ທີ່ນັ່ງ). ແຕ່ສຳຄັນກວ່າ ຈຳນວນທີ່ນັ່ງນີ້ ຮັບປະກັນຈຳນວນທີ່ນັ່ງຢ່າງຂາດຂັ້ນຢູ່ສະພາຕ່ຳ ອະນຸຍາດໃຫ້ທ່ານນາຍົກລັດຖະມົນຕີ ອັງກິດ ແລະ ພັກນິຍົມຮັກສາເດີມ ປະຕິບັດບັນດາແຜນການມັກໃຫຍ່ໄຝ່ສູງຂອງຕົນ ເປັນຕົ້ນແມ່ນ Brexit ຊື່ງໄດ້ປະສົບກັບຄວາມຫຍຸ້ງຍາກໃນສອງປີຜ່ານມາ.
TAG
VOV/VOVworld/ບັດສະຫນັບສະຫນູນ/ການຄ້າເສລີ
Related








