VOV WorldVOV World
ຍົກ​ສູງ​ຄຸນຄ່າ​ຂອງ​ຕົ້ນ​ກາ​ເຟ ​ແລະ ພັດທະນາ​ເຂດ​​ເສດຖະກິດ​ ​ໄຕງວຽນ
11/03/2019 07:57
(VOVWORLD) -ນັບແຕ່ດົນນານມາແລ້ວ ຕົ້າກາເຟ ໄດ້ມີທີ່ຕັ້ງສໍາຄັນເປັນພິເສດໃນການພັດທະນາເສດຖະກິດ-ສັງຄົມຂອງ ບັນດາແຂວງຢູ່ເຂດ ໄຕງວຽນ ຂອງຫວຽດນາມ. ໃນຂອບເຂດງານບຸນ ກາເຟ ບວນມາທວດ ຄັ້ງທີ 7 ປີ 2019 ທີ່ພວມດໍາເນີນໄປຢູ່ແຂວງດັກລັກ ໄດ້ມີການເຄື່ອນໄຫວຫຼາຍຢ່າງຄື ກອງປະຊຸມສໍາມະນາ, ໂຄສະນາ, ແນະນໍາບັນດາຜະລິດຕະພັນຂອງກາເຟ ຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ທ້ອງຖິ່ນ, ນັກຊ່ຽວຊານ ແລະ ວິສາຫະກິດຕ່າງໆ ໄດ້ພົບປະ, ແລກປ່ຽນບົດຮຽນ ແລະ ຊອກທິດທາງໃໝ່່ໃຫ້ ກາເຟ ຫວຽດນາມ ພັດທະນາແບບຍືນຍົງ.
ເນື້ອທີ່ປູກກາເຟຂອງຫວຽດນາມ ໃນປັດຈຸບັນ ບັນລຸກວ່າ 664.000 ha, ໃນນັ້ນ ສ່ວນໃຫຍ່ແມ່ນໄດ້ປູກຢູ່ 5 ແຂວງໃນເຂດໄຕງວຽນຄື: ກອນຕູມ, ຢາລາຍ, ດັກລັກ, ດັກນົງ ແລະເລີມດົງ. ສະມັດຕະພາບກາເຟຂອງ ຫວຽດນາມ ບັນລຸກວ່າ 1,5 ລ້ານໂຕນ/ປີ ແລະ ໄດ້ສົ່ງອອກໄປຍັງ 80 ປະເທດ ແລະ ເຂດແຄວ້ນ. ປີ 2018, ຫວຽດນາມ ໄດ້ສົ່ງອອກ 1,9 ລ້ານໂຕນ ດ້ວຍວົງເງິນສົ່ງອອກບັນລຸ 3,5 ຕື້ USD, ກວມເອົາ 14% ອັດຕາສ່ວນຂອງຕະຫຼາດ ແລະ ກວ່າ 10% ຂອງຍອດມູນຄ່າກາເຟ ສົ່ງອອກໄປຂາຍໃນທົ່ວໂລກ, ຢືນອັນດັບທີ 2 ໃນໂລກ. ເຖິງວ່າ ແມ່ນສິນຄ້າທີ່່ມີວົງເງິນສົ່ງອອກສູງໃນໝວດຜະລິດຕະພັນກະເສດຂອງຫວຽດນາມ ກໍຕາມ, ແຕ່ລະດັບເຕີບໂຕຂອງວົງເງິນສົ່ງອອກໃນໄລຍະ 2013 – 2017 ພຽງແຕ່ຢູ່ລະດັບສະເລ່ຍ 6,57%/ປີ. ສາຍເຫດຕົ້ນຕໍ ແມ່ນ ຖືກຜົນກະທົບຫຼາຍຢ່າງຈາກການຜັນປ່ຽນຂອງຕະຫຼາດກາເຟໂລກ, ມີຜະລິດຕະພັນຈໍານວນໜ້ອຍທີ່ບັນລຸມູນຄ່່າສ່ວນເກີນສູງ, ການສົ່ງອອກເມັດກາເຟກວມເອົາອັດຕາສ່ວນໃຫຍ່.  
TAG
VOV/VOVworld/ໄຕ​ງວຽນ/ກາເຟ/ບວນມາທວດ