VOV WorldVOV World
ໂລກ​ຍັງ​ມີ​ຄວາມ​ລະ​ມັດ​ລະ​ວັງ​ຕໍ່​ການ​ຜັນ​ແປ​ທີ່ບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​ຂອງ​ໂລກ​ລະ​ບາດ Covid-19
21/02/2020 07:16
(VOVWORLD) -ພາຍຫຼັງໄດ້ເກີດຂຶ້ນມາເປັນເວລາ 3 ເດືອນ, ໂລກລະບາດອັກເສບປອດທີ່ເກີດຈາກເຊື້ອໄວຣັດໂຄໂຣນາ ສາຍພັນໃໝ່ (nCoV ຫລືເອີ້ນວ່າ Covid-19) ຍັງສືບຕໍ່ມີການຜັນແປທີ່ບໍ່ສາມາດຄາດຄະເນໄດ້ ແລະ ນັບມື້ນັບແຜ່ລາມອອກຢ່າງກວ້າງຂວາງ ຊື່ງເຮັດໃຫ້ໂລກຕ້ອງອອກແຮງຮັບມືດ້ວຍຄວາມລະມັດລະວັງຢູ່ໃນລະດັບສູງສຸດ.
ໂລກ​ຍັງ​ມີ​ຄວາມ​ລະ​ມັດ​ລະ​ວັງ​ຕໍ່​ການ​ຜັນ​ແປ​ທີ່ບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​ຂອງ​ໂລກ​ລະ​ບາດ Covid-19
ພາບ: Reuters    ຕາມການລາຍງານຄັ້ງຫຼ້າສຸດເມື່ອວັນທີ 21 ກຸມພາ ຂອງຄະນະກຳມະການສາທາລະນະສຸກແຂວງ ຮູເປີຍ ປະເທດຈີນ ແລ້ວ, ໃນວັນທີ 20 ກຸມພາ, ທ້ອງຖິ່ນນີ້ມີຜູ້ເສຍຊີວິດ ຍ້ອນໂລກລະບາດ Covid-19 ຕື່ມອີກ 115 ຄົນ, ເພີ່ມຂຶ້ນ 5.6% ເມື່ອທຽບໃສ່ວັນທີ 19 ກຸມພາ ຊື່ງໄດ້ຍົກຈຳນວນຜູ້ເສຍຊີວິດທັງໝົດຂຶ້ນເປັນ 2.144 ຄົນ. ຈຳນວນຜູ້ຕິດເຊື້ອໃໝ່ແມ່ນ 411 ຄົນ. ຈຳນວນຜູ້ຕິດເຊື້ອ Covid-19  ທັງໝົດຢູ່ແຂວງຮູເປີຍ ແມ່ນ 62.442 ຄົນ. ໃນທົ່ວໂລກ, ມີຜູ້ຕິດເຊື້ອດັ່ງກ່າວທັງໝົດແມ່ນຂຶ້ນເຖິງ 76.200 ຄົນ ແລະ ຜູ້ເສຍຊີວິດແມ່ນ 2.245 ຄົນ ຊື່ງສ່ວນຫຼາຍແມ່ນຢູ່ຈີນ ດ້ວຍຈຸດສຸມແມ່ນນະຄອນ ອູຮັ້ນ, ແຂວງຮູເປີຍ.
TAG
VOV/VOVworld/ໂລກ/ປະຕິກິລິຍາ/ລະມັດລະວັງ/ວິຕົກກັງວົນ/ໂລກລະບາດ Covid-19