ໂລກຕີລາຄາສູງວຽກງານສະກັດກັ້ນ, ຕ້ານໂລກລະບາດ Covid-19 ຂອງ ຫວຽດນາມ
04/03/2020 08:41
(VOVWORLD) - ໂລກລະບາດ Covid-19 ພວມແຜ່ລະບາດໄປທົ່ວໂລກຢ່າງກ້ວາງຂວາງ. ໂດຍມີຈຸດເລີ່ມຕົ້ນຈາກປະເທດ ຈີນ ນັບແຕ່ເດືອນ ທັນວາ ປີ 2019, ມາຮອດປັກຈຸບັນ, ໂລກລະບາດໄດ້ແຜ່ລາມອອກສູ່ 77 ປະເທດ ແລະ ເຂດແຄ້ວນໃນໂລກ.

ເປັນປະເທດທີ່ມີຄວາມສ່ຽງຕິດແປດຢ່າງສູງ ຍ້ອນທີ່ຕັ້ງພູມສາດ, ນັບແຕ່ຂັ້ນທຳອິດ ຫວຽດນາມ ໄດ້ເປັນເຈົ້າການປ້ອງກັນ, ສະກັດກັ້ນ, ຕ້ານໂລກລະບາດດັ່ງກ່າວຢ່າງເຂັ້ມງວດ ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ນັບແຕ່ເມື່ອມີຂ່າວໂລກພະຍາດ Covid-19 ລະບາດຢູ່ ອູ່ຫັ້ນ, ປະເທດ ຈີນ ນັ້ນ, ຫວຽດນາມ ໄດ້ສ້າງແຜນການ, ວິທີການຮັບມືຢ່າງຮີບດ່ວນ ເພື່ອສະກັດກັ້ນ, ຕ້ານໂລກລະບາດ Covid-19 ດ້ວຍຄວາມຕັດສິນໃຈຢ່າງສູງ, ປະຕິບັດບັນດາມາດຕະການຢ່າງຄົບຊຸດ, ເປີດເຜີຍ, ໂປ່ງໃສ. ໂລກຕີລາຄາສູງວຽກງານສະກັດກັ້ນ, ຕ້ານໂລກລະບາດ Covid-19 ຂອງ ຫວຽດນາມ (ພາບປະກອບ/TTXVN)
TAG
VOV/VOVworld/ສະກັດກັ້ນ/ໂລກລະບາດ/Covid-19
Related








