VOV WorldVOV World
ປະ​ເທດ​ຕ່າງໆ​ໃຊ້​ບ້ວງ​ເງິນ​ຊຸກ​ຍູ້​ເສດ​ຖະ​ກິດ ​ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ-19
27/03/2020 07:55
(VOVWORLD) - ຕໍ່ໜ້າໄພອັນຕະລາຍພື້ນຖານເສດຖະກິດຖືກຊຸດໂຊມຢ່າງໜັກໜ່ວງ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 ນັ້ນ, ຫຼາຍພື້ນຖານເສດຖະກິດໃຫ່ຍໃນໂລກ ໄດ້ຍົກອອກບັນດາບ້ວງເງິນກະຕຸກຊຸກກຍູ້ເສດຖະກິດຢ່າງມະຫາສານ ຊ້ຳບໍ່ໜຳແມ່ນໃນຂອບຂະໜາດທີ່ບໍ່ເຄີຍມີມາກ່ອນ. ແຕ່ເຖິງຢ່າງໃດກໍ່ຕາມ, ມີຫຼາຍຂໍ້ສັງເກດວ່າ: ອາດຈະເກີດການຊຸດໂຊມເສດຖະກິດໃນຂອບຂະໜາດທົ່ວໂລກ ຊື່ງໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຕ້ອງສືບຕໍ່ມີບັນດາການກະທຳຢ່າງແຮງກ່ວາອີກ.
ປະ​ເທດ​ຕ່າງໆ​ໃຊ້​ບ້ວງ​ເງິນ​ຊຸກ​ຍູ້​ເສດ​ຖະ​ກິດ  ​ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ-19
ພາບ: AP    ໂລກລະບາດໄດ້ກໍ່ຜົນກະທົບຢ່າງໃຫ່ຍຫຼວງ ຕໍ່ບັນດາການເຄື່ອນໄຫວຜະລິດ, ເສດຖະກິດຂອງບັນດາປະເທດໃນໂລກເກືອບທັງໝົດ. ເພື່ອສະກັດກັ້ນ ແລະ ຈຳກັດການກະທົບຂອງໂລກລະບາດ, ບັນດາພື້ນຖານເສດຖະກິດໄດ້ຍົກອອກຫຼາຍບ້ວງເງິນກະຕຸກຊຸກຍູ້ເສດຖະກິດຢ່າງແຮງ ດ້ວຍຈຳນວນນັບເປັນພັນໆຕື້ USD. ແຕ່ເຖິງແນວນັ້ນກໍ່ຕາມ, ໄພຊຸດໂຊມຍັງຖືກຕີລາຄາວ່າ ແມ່ນຢູ່ໃນລະດັບສູງ ຊື່ງແມ່ນສິ່ງທ້າທາຍໃຫ່ຍຂອງທົ່ວໂລກ.
TAG
VOV/VOVworld/ບ້ວງເງິນຊຸກຍູ້ເສດຖະກິດ/ຜົນກະທົບ/ມະຫາສານ/ໄພອັນຕະລາຍຊຸດໂຊມ