ປະເທດລັດເຊຍຍັງຕ້ອງການທ່ານ Putin
13/03/2020 07:26
(VOVWORLD) -ວັນທີ 10 ມີນາທີ່ຜ່ານມາ, ສະພາແຫ່ງຊາດລັດເຊຍ ໄດ້ຮັບຮອງເອົາຂໍ້ສະເໜີປັບປຸງລັດຖະທຳມະນູນ ດ້ວຍອັດຕາສ່ວນສະໜັບສະໜູນຂາດຂັ້ນ ອັນໄດ້ເປີດຊ່ອງທາງໃຫ້ແກ່ທ່ານ Vladimir Putin ປະທານາທິບໍດີຄົນປະຈຸບັນ ສາມາດນຳພາປະເທດຊາດ 2 ອາຍຸການ 6 ປີຕື່ມອີກ ໝາຍຄວາມວ່າຮອດປີ 2036. ເຫດການດັ່ງກ່າວໄດ້ລົບລ້າງຄວາມລະແວງສົງໃສກ່ອນນັ້ນ ກ່ຽວກັບບົດບາດຂອງທ່ານ Putin ຕໍ່ປະເທດລັດເຊຍ ພາຍຫຼັງສິ້ນສຸດອາຍຸການປະທານາທິບໍດີປະຈຸບັນ (ປີ 2024) ພ້ອມທັງສະແດງໃຫ້ເຫັນວ່າ ປະເທດລັດເຊຍ ຍັງຕ້ອງການທ່ານ Putin ຢູ່.

ທ່ານປະທານາທິບໍດີ Vladimir Putin ໃນວັງ Kremlin ປີ 2019 (ພາບ: AFP ) ດ້ວຍບັດເຫັນດີ 383 ບັດ, ບັດຂາວ 43 ບັດ ແລະ ບໍ່ມີບັດຄັດຄ້ານ, ສະພາຕ່ຳລັດເຊຍ (Duma ແຫ່ງຊາດລັດເຊຍ) ໄດ້ສະແດງຄວາມເຫັນດີເຫັນພ້ອມເກືອບຄືວ່າເດັດຂາດ ຕໍ່ຂໍ້ສະເໜີປັບປຸງລັດຖະທຳມະນູນ ໂດຍທ່ານນາງ Valentina Tereshkova ສະມາຊິກລັດຖະສະພາຂອງພັກ “ປະເທດລັດເຊຍເອກະພາບ” ຍື່ນສະເໜີ. ຕໍ່ຈາກນັ້ນ, ສະພາສູງລັດເຊຍ ກໍ່ໄດ້ຮັບຮອງເອົາຂໍ້ສະເໜີດັ່ງກ່າວ ດ້ວຍບັດເຫັນດີ 160 ບັດ, ບັດຂາວ 3 ບັດ ແລະ ບັດຄັດຄ້ານ 1 ບັດ. ເນື້ອໃນສຳຄັນທີ່ສຸດ ຂອງຂໍ້ສະເໜີປັບປຸງລັດຖະທຳມະນູນ ແມ່ນລົບລ້າງ 2 ອາຍຸການປະທານາທິບໍດີ ມາຮອດຈຸດເວລາປະຈຸບັນຂອງທ່ານ Putin ຜູ້ທີ່ໄດ້ນຳພາປະເທດລັດເຊຍ ໃນ 20 ກ່ວາປີທີ່ຜ່ານມາ, ນຳປະເທດລັດເຊຍ ຜ່ານຜ່າວິກິດການ ບືນຕົວຂຶ້ນຢ່າງເຂັ້ມແຂງຄືໃນທຸກວັນນີ້. ໝາຍຄວາມວ່າ, ອະນຸຍາດໃຫ້ແກ່ທ່ານ Putin ສາມາດດຳລົງຕຳແຫຼ່ງປະທານາທິບໍດີສູງສຸດແມ່ນ 2 ອາຍຸການຕື່ມອີກ.
TAG
VOV/VOVworld/ປະເທດລັດເຊຍ/ທ່ານ Putin/Duma ແຫ່ງຊາດລັດເຊຍ/ອາຍຸການປະທານາທິບໍດີ
Related








