VOV WorldVOV World
ປະ​ເທດ​ອັງ​ກິດຊອກ​ຫາ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ພາຍ​ຫລັງBrexit
12/09/2019 07:35
(VOVWORLD) -ໂດຍບໍ່ຫົວຊາຕໍ່ຄວາມວຸ້ນວາຍ, ຄວາມບໍ່ລົງລອຍກັນທີ່ເກີດຂຶ້ນພາຍໃນກ່ຽວກັບບັນຫາຖອນອອກຈາກສະຫະພາບເອີລົບ (Brexit) ມີຂໍ້ຕົກລົງຫລືບໍ່ມີຂໍ້ຕົກລົງ, ລອນດອນ ຍັງສືບຕໍ່ຍູ້ແຮງການເຈລະຈາບັນດາຂໍ້ຕົກລົງດ້ານການຄ້າກັບຫລາຍປະເທດເພື່ອປົກປ້ອງສິດຜົນປະໂຫຍດດ້ານເສດຖະກິດ. ມາຮອດປະຈຸບັນວິວັດການນີ້ບັນລຸໄດ້ຫລາຍໝາກຜົນດີພໍສົມຄວນເຮັດໃຫ້ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ມີຄວາມໝັ້ນໃຈວ່າອັງກິດຈະຖອນຕົວອອກຈາກອີຢູຖືກຕາມກຳນົດເວລາໂດຍບໍ່ຫົວຊາຕໍ່ບັນດາເງ່ື່ອນໄຂລາອອກຈາກອີຢູພາຍຫລັງກວ່າ 40 ປີເຂົ້າຮ່ວມຊາຍຄາລວມ.
ປະ​ເທດ​ອັງ​ກິດຊອກ​ຫາ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ພາຍ​ຫລັງBrexit
ພາບປະກອບ (TTXVN) 
TAG
VOV/VOVworld/ປະ​ເທດ​ອັງ​ກິດ/Brexit