ປະເທດ ລັດເຊຍ ແລະ ບົດບາດແກ້ໄຂບັນດາຈຸດເຄັ່ງຮ້ອນໃນໂລກ
15/01/2020 09:11
(VOVWORLD) -ໃນສະພາບພູມສາດການເມືອງໃນໂລກ ສືບຕໍ່ມີການຜັນແປຢ່າງສັບສົນ ແລະ ປະເທດມະຫາອຳນາດ ອາເມລິກາ ຄ່ອຍໆສູນເສຍບົດບາດໄປເທື່ອລະໜ້ອຍກໍ່ຄືການສົ່ງຜົນສະທ້ອນຢູ່ບັນດາຈຸດເຄັ່ງຮ້ອນໃນໂລກ, ປະເທດ ລັດເຊຍ ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານາທິບໍດີ Vladimir Putin ເຊິ່ງພົ້ນເດັ່ນຂຶ້ນດ້ວຍທີ່ຕັ້ງເປັນກາງທີ່ມີຄວາມໄວ້ເນື້ອເຊື່ອໃຈໃນບັນດາບັນຫາເຄັ່ງຮ້ອນທົ່ວໂລກ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ພາບ: AFP/TTXVN ໜຶ່ງໃນບັນດາການເຄື່ອນໄຫວທາງການທູດ ເຊິ່ງດຶງດູດຄວາມສົນໃຈຂອງຫາງສຽງໃນໂລກໄດ້ເອົາໃຈໃສ່ເປັນພິເສດໃນຊຸມວັນຜ່ານມາ ແມ່ນການພົບປະສຸດຍອດລະຫວ່າງ ລັດເຊຍ ແລະ ເຢຍລະມັນ ຢູ່ມົດສະກູ ເນື່ອງໃນໂອກາດການຢ້ຽມຢາມ ລັດເຊຍ ຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນວັນທີ 11 ມັງກອນ, ການນຳ ເຢຍລະມັນ, ຕາງໜ້າໃຫ້ ເອີຣົບ ປາດຖະໜາຢາກຊອກຫາການສະໜັບສະໜູນຂອງ ລັດເຊຍ ໃນບັນດາບັນຫາທົ່ວໂລກ ລວມມີເລື່ອງຮັກສາຂໍ້ຕົກລົງນິວເຄຼຍ ອີຣານ, ແກ້ໄຂບັນຫາ ຊີຣີ, ວິກິດການ ລີບີ, ການປະທະກັນຢູ່ ຢູແກຼນຕາເວັນອອກ ແລະ ໂຄງການລະບົບທໍ່ສົ່ງອາຍແກັດທາງທິດເໜືອ 2 ລ້ວນແຕ່ແມ່ນຈຸດເຄັ່ງຮ້ອນຂອງໂລກໃນໄລຍະຜ່ານມາ.
TAG
VOV/VOVworld/ລັດເຊຍ/ເຢຍລະມັນ/ລີບີ/ຊີຣີ
Related








