ພັດທະນາເສດຖະກິດແມ່ນຫນ້າທີ່ຈຸດສຸມນັບແຕ່ຊຸມມື້ຕົ້ນປີໃຫມ່
02/01/2020 10:21
(VOVWORLD) -ພັດທະນາເສດຖະກິດແມ່ນຫນ້າທີ່ສຳຄັນແຖວຫນ້າຂອງແຕ່ລະປະເທດ ແມ່ນປັດໄຈຕົ້ນຕໍເພື່ອຮັບປະກັນສະຖຽນລະພາບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ນັບແຕ່ຊຸມມື້ຕົ້ນປີ 2020, ຫວຽດນາມ ສະແດງໃຫ້ເຫັນຄວາມຕັດສິນໃຈປະຕິບັດບັນດາຕົວເລກຄາດໝາຍພັດທະນາເສດຖະກິດຂອງທັງປີໃຫ້ສຳເລັດ ເພາະ ບັນດາໝາກຜົນທີ່ບັນລຸໄດ້ໃນປີ ມີຄວາມໝາຍສຳຄັນເພື່ອໃຫ້ທັງປະເທດສາມາດສຳເລັດຄາດໝາຍທີ່ວາງອອກໃຫ້ໄລຍະ 5 ປີ ຄືແຕ່ປີ 2016 – 2020 ຊື່ງມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ວາງອອກຢ່າງມີໄຊ.

ກອງປະຊຸມຜັນຂະຫຍາຍມະຕິຂອງສະພາແຫ່ງຊາດຊຸດທີ 14 ກ່ຽວກັບຫນ້າທີ່ພັດທະນາເສດຖະກິດສັງຄົມປີ 2020 ພາບ:TTXVN ປີ 2020 ຫວຽດນາມສືບຕໍ່ປັບປຸງ, ເພີ່ມທະວີພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງປະສິດທິຜົນ, ສະມັດຕະພາບ, ຄຸນນະພາບ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ຍູ້ແຮງການປ່ຽນແປງໃຫມ່, ສ້າງລະບອບນະໂຍບາຍໃຫ້ສົມບູນແບບ, ສ້າງແຫລ່ງກຳລັງໃຫ້ເຂັ້ມແຂງ, ສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຢ່າງສະດວກງ່າຍດາຍ.
TAG
VOV/VOVworld/ເສດຖະກິດ/ປະຊາຄົມວິສາຫະກິດ
Related








