VOV WorldVOV World
ປື້ມປົກຂາວດ້ານປ້ອງກັນຊາດປີ 2019: ຫວຽດນາມ ບຸລິມະສິດຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ
19/12/2019 11:19
(VOVWORLD) -ປຶ້ມປົກຂາວດ້ານປ້ອງກັນຊາດປີ 2019 ເປີດເຜີຍແນວທາງນະໂຍບາຍການທະຫານ, ແມ່ນເອກະສານທາງການໄດ້ນຳໃຊ້ເພື່ອຮັບໃຊ້ວຽກງານການຕ່າງປະເທດດ້ານປອ້ງກັນຊາດ, ການສຶກສາກ່ຽວກັບການປ້ອງກັນຊາດ, ແນວທາງການທະຫານຂອງພັກ, ນະໂຍບາຍປ້ອງກັນຊາດຂອງລັດ ຫວຽດນາມ ພວມໄດ້ຮັບການປະກາດຢ່າງກວ້າງຂວາງໃນປະຊາຄົມສາກົນ. ປຶ້ມປົກຂາວດ້ານປ້ອງກັນຊາດປີ 2019 ສືບຕໍ່ຢັ້ງຢືນ ແລະ ເຮັດແຈ້ງລັກສະນະພື້ນຖານຂອງພື້ນຖານປ້ອງກັນຊາດຫວຽດນາມ ກວ່າອີກ ນັ້ນແມ່ນພຽງແຕ່ເພື່ອສັນຕິພາບ ແລະ ປ້ອງກັນຕົວ.
ປື້ມປົກຂາວດ້ານປ້ອງກັນຊາດປີ 2019: ຫວຽດນາມ ບຸລິມະສິດຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ
 ປື້ມປົກຂາວດ້ານປ້ອງກັນຊາດປີ 2019 ຕາມປຶ້ມປົກຂາວແລ້ວ, ການປ້ອງກັນຊາດຫວຽດນາມ ໄດ້ຮັບການລົງທຶນສອດຄ່ອງກັບລະດັບຄວາມໄວການພັດທະນາເສດຖະກິດຂອງປະເທດຊາດ ແລະ ບໍ່ແມ່ນການຊ່ວງເສັງດ້ານອາວຸດ. ງົບປະມານສະຫງວນໃຫ້ແກ່ການປ້ອງກັນຊາດຫວຽດນາມ ປີ 2018 ແມ່ນ 2,36% GDP. ນະໂຍບາຍດ້ານປ້ອງກັນຊາດຂອງຫວຽດນາມ ແມ່ນເດັດດ່ຽວ, ຢຶດໝັ້ນຕໍ່ສູ້ແກ້ໄຂທຸກການຂັດແຍ້ງ, ຄວາມບໍ່ລົງລອຍກັນ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ປະຕິບັດທິດນຳ ປົກປັກຮັກສາປະເທດຊາດ ແຕ່ຫົວທີ, ແຕ່ທາງໄກ ແລະ ກຽມພ້ອມຕ້ານສົງຄາມຮຸກຮານ.
TAG
VOV/VOVworld/ຕັດ​ສິນ​ໃຈ/ປຶ້ມ​ປົກ​ຂາວ