ວັນທີ 21 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລີ່ມ ໄດ້ເລີ່ມຕົ້ນບັນດາການເຄື່ອນໄຫວໃນຂອບເຂດເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 81 ແລະ ຄາດວ່າຈະມີບົດກ່າວຄຳເຫັນສຳຄັນຢູ່ທີ່ນີ້. ຈາກນິວຢອກ, ຫວຽດນາມອີກຄັ້ງໜຶ່ງນຳສຽງເວົ້າຂອງຕົນຂຶ້ນເຖິງເວທີປາໄສຫຼາຍຝ່າຍສຳຄັນແຖວໜ້າໂລກ. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນເສັ້ນທາງກວ່າ 40 ປີແຫ່ງການປ່ຽນແປງໃໝ່, ບັນດາບົດຮຽນປະສົບການໃນວິວັດການເຊື່ອມໂຍງ ແລະ ພັດທະນາ, ພ້ອມທັງຢັ້ງຢືນບັນດາແງ່ຫວັງຂອງປະເທດຊາດໃນສັງກາດໃໝ່.
ວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ປີນີ້ໄດ້ດຳເນີນໃນສະພາບການໂລກພວມຍືນຢູ່ຕໍ່ໜ້າບັນດາການຫັນປ່ຽນທີ່ເລິກເຊິ່ງ. ມີປະມຸກລັດ, ນາຍົກລັດຖະມົນຕີຂອງຫຼາຍກວ່າ 130 ປະເທດ ເຂົ້າຮ່ວມ, ພ້ອມກັນປຶກສາຫາລືກ່ຽວກັບຫົວຂໍ້ “ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ຄຸ້ມຄອງວິວັດການຫັນປ່ຽນ, ສປຊ ນຳມາເຊິ່ງໝາກຜົນໃຫ້ແກ່ປະຊາຊົນໝົດທຸກຄົນ”. ນີ້ບໍ່ພຽງແຕ່ແມ່ນສະຖານທີ່ບັນດາປະເທດນຳສະເໜີທັດສະນະຂອງຕົນເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເພື່ອຊອກຫາສຽງເວົ້າລວມ ຕໍ່ບັນດາບັນຫາພວມມີຜົນກະທົບຕໍ່ມວນມະນຸດ.
ຫວຽດນາມບໍ່ຢື່ນຢູ່ຕໍ່ໜ້າບັນດາການຫັນປ່ຽນຂອງໂລກ
ການປະທະກັນ ແລະ ແບ່ງແຍກດ້ານພູມີສາດການເມືອງ, ຄວາມທຸກຍາກ, ຂາດຄວາມສະເໝີພາບ, ການປ່ຽນແປງຂອງດິນຟ້າອາກາດ, ການຫຼຸດຜ່ອນແຫຼ່ງກຳລັງໃຫ້ແກ່ການພັດທະນາ ແລະ ການເຄື່ອນໄຫວມະນຸດສະທຳ, ກໍ່ຄືບັນດາການປ່ຽນແປງວິທະຍາສາດ, ເຕັກໂນໂລຢີຢ່າງວ່ອງໄວພວມວາງອອກບັນດາສິ່ງທ້າທາຍທີ່ນັບມື້ນັບສັບສົນ. ຈຸດລວມຂອງບັນດາສິ່ງທ້າທາຍນີ້ແມ່ນ ບໍ່ມີປະເທດໃດອາດສາມາດ ແກ້ໄຂດ້ວຍຕົນເອງໄດ້. ພວກຂ້າພະເຈົ້າຮຽກຮ້ອງໃຫ້ມີການສົນທະນາ, ການຮ່ວມມື ແລະ ບັນດາມາດຕະການຫຼາຍຝ່າຍ.
ສຳລັບ ຫວຽດນາມ, ນີ້ກໍ່ແມ່ນບັນດາບັນຫາຕິດພັນໂດຍກົງກັບວິວັດການພັດທະນາຂອງປະເທດຊາດ. ພື້ນຖານເສດຖະກິດມີລະດັບເປີດສູງ ຕ້ອງການສະພາບແວດລ້ອມສາກົນທີ່ມີຄວາມສະເໝີພາບ, ມີສະຖຽນລະພາບ ແລະ ມີຄວາມສະດວກໃຫ້ການຮ່ວມມື. ປະເທດໜຶ່ງທີ່ຖືກຜົນກະທົບຢ່າງຮຸນແຮງຂອງການປ່ຽນແປງດິນຟ້າອາກາດຕ້ອງມີການປະສານສົມທົບ ແລະ ມີແຫຼ່ງກຳລັງສາກົນ. ຫວຽດນາມ ພວມຍູ້ແຮງການຫັນເປັນດີຈີຕອນ, ພັດທະນາປັນຍາປະດິດ, ເຕັກໂນໂລຢີສູງຕ້ອງເຂົ້າຮ່ວມວິວັດການສ້າງບັນດາຫຼັກການ ແລະ ຂອບເຂດການຮ່ວມມືທີ່ເໝາະສົມກັບບັນດາການປ່ຽນແປງໃໝ່ຂອງໂລກ. ທ່ານ ໂດຮຸ່ງຫວຽດ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ແບ່ງປັນວ່າ:
ສານຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ສັບປະດາຂັ້ນສູງຂອງ ສະມັດຊາໃຫຍ່ສປຊ ມີລັກສະນະຮອບດ້ານ ແລະ ກວມລວມ. ສານນີ້ສຸມໃສ່ເຂົ້າການປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຮ່ວມແຮງຮ່ວມໃຈກະທຳຂອງບັນດາປະເທດເພື່ອ ວິວັດການຫັນປ່ຽນ ເຊິ່ງພວກເຮົາພວມຫັນປະຈັກຕາໃນປັດຈຸບັນ ຈະສ້າງບັນດາກາລະໂອກາດຫຼາຍກວ່າອີກ, ເພື່ອໃຫ້ທຸກປະເທດ, ປະຊາຊົນໝົດທຸກຄົນອາດສາມມາດຍາດແຍ່ງບັນດາກາລະໂອກາດນັ້ນ, ບໍ່ໃຫ້ປະເທດໃດ, ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ ແລະ ບໍ່ໄດ້ຊົມໃຊ້ໝາກຜົນຂອງວິວັດການພັດທະນາ.
ສານນັ້ນ ກໍ່ສະແດງໃຫ້ເຫັນວິທີການເຂົ້າເຖິງທີ່ນັບມື້ນັບຈະແຈ້ງຂອງ ຫວຽດນາມ: ພັດທະນາປະເທດຕ້ອງຕິດພັນກັບການຮ່ວມມືສາກົນ ແລະ ຄວາມຮັບຜິດຊອບຕໍ່ບັນດາບັນຫາລວມ. ທ່ານນາງ Pauline Tamesis ຜູ້ປະສານງານສປຊ ປະຈຳ ຫວຽດນາມ ຕີລາຄາວ່າ:
ຄະນະຜູ້ຕາງໜ້າຂັ້ນສູງ ຫວຽດນາມ, ໂດຍທ່ານເລຂາທິການໃຫຍ່, ປະທານປະເທດໂຕເລີມນຳໜ້າ, ໄດ້ສົ່ງສານຢ່າງຈະແຈ້ງ ແລະ ເຂັ້ມແຂງກ່ຽວກັບລະດັບຄວາມສຳຄັນເຊິ່ງ ຫວຽດນາມ ສະຫງວນໃຫ້ແກ່ສປຊ ແລະ ລັດທິຫຼາຍຝ່າຍ, ໃນຈຸດເວລາເຊິ່ງການຮ່ວມມືສາກົນ ພວມມີຄວາມຈຳເປັນກວ່າເວລາໃດໝົດ, ຢັ້ງຢືນຄຳໝັ້ນສັນຍາຢ່າງຈະແຈ້ງຂອງ ຫວຽດນາມໃນການສະໜັບສະໜູນລະບົບຫຼາຍຝ່າຍທີ່ສະເໝີພາບ ແລະ ຄວາມຍຸຕິທທຳໂດຍສປຊ ສວມບົດບາດເປັນໃຈກາງ.
ນຳຄວາມມຸ່ງຫວັງຂອງຫວຽດນາມ ເຂົ້າກະແສລວມ
ສຽງເວົ້າຂອງ ຫວຽດນາມ ຢູ່ເວທີປາໄສສປຊ ໄດ້ສ້າງຂຶ້ນຈາກວິວັດການພັດທະນາຂອງປະເທດຊາດ. ກວ່າ 40 ປີແຫ່ງການປ່ຽນແປງໃໝ່ໄດ້ນຳ ຫວຽດນາມ ຈາກປະເທດປະສົບກັບຄວາມຫຍຸ້ງຍາກຫຼັງສົງຄາມກາຍເປັນພື້ນຖານເສດຖະກິດເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກວ້າງຂວາງ, ນັບມື້ນັບຕັ້ງໜ້າເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍ ແລະ ແບກຫາບຫຼາຍໜ້າທີ່ສາກົນທີ່ສຳຄັນ. ທ່ານ Pauline Tamesis ປະສານງານຜູ້ປະຈຳການສປຊ ໃຫ້ຂໍ້ສັງເກດວ່າ:
ປັດຈຸບັນ, ພວກເຮົາເຫັນ ຫວຽດນາມພວມຫັນປ່ຽນຢ່າງແຮງຈາກຈາກທີ່ຕັ້ງເປັນຜູ້ຊົມໃຊ້ການຮ່ວມມືສາກົນ ໄປສູ່ບົດບາດເປັນຜູ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດການທົ່ວໂລກ. ການພົວພັນ ສປຊ ແລະ ຫວຽດນາມ ນັບມື້ນັບມີລັກສະນະສອງສົ້ນ: ສປຊ ໜູນຊ່ວຍບັນດາແງ່ຫວັງພັດທະນາຂອງ ຫວຽດນາມ, ສ່ວນ ຫວຽດນາມ ປະກອບສ່ວນປະສົບການ, ບົດບາດນຳພາ ແລະ ວິທີການແກ້ໄຂໃຫ້ແກ່ບັນດາໂຄງການດຳເນີນງານລວມທົ່ວໂລກ. ເມື່ອ ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່, ສປຊ ປາດຖະໜາຢາກສ້າງການພົວພັນຄູ່ຮ່ວມມືພ້ອມກັນພັດທະນາ, ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ປະກອບສ່ວນຫຼາຍກວ່າອີກ ໃຫ້ແກ່ສັນຕິພາບ, ການພັດທະນາແບບຍືນຍົງ ແລະ ການຮ່ວມມືສາກົນ
ກ້າວເຂົ້າສູ່ສັງກາດພັດທະນາໃໝ່, ຫວຽດນາມ ພວມມານະພະຍາຍາມປະຕິບັດແງ່ຫວັງກ່ຽວກັບປະເທດພັດທະນາ, ວັດທະນາຖາວອນ, ປະຊາຊົນມີການດຳລົງຊີວິດທີ່ນັບມື້ນັບດີຂຶ້ນ. ພ້ອມທັງ, ກໍ່ແມ່ນມີແງ່ຫວັງໄດ້ດຳລົງຊີວິດໃນສະພາບການໂລກແຫ່ງສັນຕິພາບ, ມີສະຖຽນລະພາບ ບອ່ນບັນດາປະເທດໃຫຍ່ນ້ອຍລ້ວນແຕ່ໄດ້ຮັບຄວາມເຄົາລົບ, ບ່ອນກົດໝາຍສາກົນ ໄດ້ເຊີດຊູ ແລະ ບັນດາສິ່ງທ້າທາຍລວມໄດ້ຮັບການແກ້ໄຂດ້ວຍການເຈລະຈາ ແລະ ການຮ່ວມມື. ເພາະສະນັ້ນ, ການເດີນທາງໄປປະຕິບັດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຄັ້ງນີ້ມີຄວາມໝາຍຢ່າງເລິກເຊິ່ງ. ຈາກນິວຢອກ, ຫວຽດນາມ ແບ່ງປັນບັນດາສິ່ງທີ່ຫວຽດນາມຜ່ານຜ່າ, ບັນດາສິ່ງທີ່ຫວຽດນາມໄດ້ເຮັດແລ້ວ ແລະ ບັນດາສິ່ງທີ່ຫວຽດນາມ ປາດຖະໜາຢາກພ້ອມກັບບັນດາປະເທດສ້າງອະນາຄົດເມື່ອບັນດາຄວາມມຸ່ງຫວັງຂອງ ຫວຽດນາມ ໄດ້ວາງອອກໃນກະແສລວມຂອງມວນມະນຸດ.








