VOV WorldVOV World
ສັນຍານຕັ້ງໜ້າຈາກກະແສເງິນລົງທຶນທີ່ສະຫງວນໃຫ້ການເລີ່ມຕົ້ນທຸລະກິດ start-up ປະດິດຄິດສ້າງ
12/06/2019 09:17
(VOVWORLD) - ທີ່ເວທີປາໄສກອງທຶນການລົງທຶນປ່ຽນແປງໃໝ່ປະດິດຄິດສ້າງ 2019 ໄດ້ດຳເນີນຢູ່ ຮ່າໂນ້ຍ ເປັນຄັ້ງທຳອິດໃນວັນທີ 10 ມິຖຸນາ, ຫວຽດນາມ ໄດ້ເຫັນປະຈັກຕາບັນດາຄຳໝັ້ນສັນຍາເປັນໜ້າປະທັບໃຈຈາກບັນດາກອງທຶນການລົງທຶນສາກົນທີ່ສະຫງວນ ໃຫ້ແກ່ບັນດາວິສາຫະກິດ start-up ຂອງ ຫວຽດນາມ.
ສັນຍານຕັ້ງໜ້າຈາກກະແສເງິນລົງທຶນທີ່ສະຫງວນໃຫ້ການເລີ່ມຕົ້ນທຸລະກິດ start-up ປະດິດຄິດສ້າງ
ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ແງ່ຫວັງການພັດທະນາຂອງບັນດາ  start-up ຫວຽດ ແມ່ນຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນສາກົນ ທີ່ມີຕໍ່ກຳລັງຄວາມສາມາດຂອງບັນດາວິສາຫະກິດ ຫວຽດນາມ.         ກ່ອນນີ້ 2 – 3 ປີ, ເລື່ອງຮຽກຮ້ອງເງິນທຶນ 15 ລ້ານ USD ແມ່ນຄວາມໃຝ່ຝັນສຳລັບ start-up ຫວຽດນາມ, ແຕ່ມາຮອດປັດຈຸບັນ ສິ່ງດັ່ງກ່າວສາມາດປະຕິບັດໄດ້ຢ່າງແນ່ນອນ, ຊ້ຳບໍ່ໜຳອາດຈະບັນລຸໄດ້ຕົວເລກໃຫຍ່ກ່ວານັ້ນອີກ. ປັດຈຸບັນ, ຫວຽດນາມ ມີວິສາຫະກິດ start-up ປະມານ 3.000 ແຫ່ງ ແລະ ມີຕົວເລກການພັດທະນາຢ່າງແຮງ, ຄາດວ່າບັນດາການພົວພັນການຄ້າດ້ວຍການເຂົ້າຮ່ວມລົງທຶນຂອງ 40 ກອງທຶນ ຈະລື່ນກາຍເປົ້າໝາຍ 1 ຕື້ USD.
TAG
VOV/VOVworld/ສັນຍານ/ກະແສເງິນລົງທຶນ/ເລີ່ມຕົ້ນທຸລະກິດ/start-up