VOV WorldVOV World
ຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງ -ຊາຍ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ
29/02/2024 09:24
(VOVWORLD) -ການຊຸກຍູ້ຄວາມສະເຫມີພາບ ລະຫວ່າງ ຍິງ -ຊາຍ ໃນນັ້ນ ມີຄວາມສະເຫມີພາບລະຫວ່າງຍິງ -ຊາຍ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນ ເພື່ອຮັບປະກັນເປົ້າໝາຍພັດທະນາປະເທດຊາດແບບຍືນຍົງ. ພ້ອມກັບບັນດາແຜນນະໂຍບາຍ, ນະໂຍບາຍຊຸກຍູ້ຄວາມສະເຫມີພາບ ລະຫວ່າງ ຍິງ -ຊາຍເວົ້າລວມ, ພັກ, ລັດ ຫວຽດນາມໄດ້ ແລະພວມຜັນຂະຫຍາຍຫລາຍໂຄງການໂດຍສຸມໃສ່ເຂົ້າບັນຫາການປະຕິບັດການຊຸກຍູ້ຄວາມສະເຫມີພາບ ລະຫວ່າງ ຍິງ -ຊາຍຢູ່ເຂດຊົນເຜົ່າສ່ວນຫນ້ອຍ. ໃນນັ້ນມີ ໂຄງການ 8 “ປະຕິບັດຄວາມສະເຫມີພາບ ລະຫວ່າງ ຍິງ -ຊາຍ ແລະແກ້ໄຂບັນດາບັນຫາຮີບດ່ວນສຳລັບແມ່ຍິງ ແລະ ເດັກນ້ອຍ” (ໂຄງການ 8) ແມ່ນຫນຶ່ງໃນບັນດາໂຄງການພິເສດ.
ຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງ -ຊາຍ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ
ວັນທີ 14 ຕຸລາ ປີ 2021, ລັດຖະບານໄດ້ເຊັນອະນຸມັດໂຄງການ 8 ວ່າດ້ວຍການປະຕິບັດຄວາມສະເຫມີພາບ ລະຫວ່າງ ຍິງ -ຊາຍ ແລະແກ້ໄຂບັນດາບັນຫາຮີບດ່ວນສຳລັບແມ່ຍິງ ແລະ ເດັກນ້ອຍ”. ນີ້ແມ່ນຫນຶ່ງໃນ 10 ໂຄງການໃຫຍ່ ຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດເພື່ອການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ໄລຍະ2021 – 2030. ໂຄງການພວມໄດ້ຮັບການປະຕິບັດຢູ່ 50 ແຂວງ, ນະຄອນ.
TAG
VOV/VOVworld/ຄວາມ​ສະ​ເຫ​ມີ​ພາບ ລະ​ຫວ່າງ ຍິງ - ຊາຍ/ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ແລະ ເຂດ​ພູ​ດອຍ