ຊຸກຍູ້ນະໂຍບາຍຮັບປະກັນຊີວິດສັງຄົມເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ
08/03/2019 08:54
(VOVWORLD) -ເພື່ອຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນ, ໃນນັ້ນມີແມ່ຍິງ ແລະ ເດັກຍິງ, ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຕໍ່ເນື່ອງຂອງຫວຽດນາມ. ນີ້ແມ່ນໜ້າທີ່ສຳຄັນ, ພ້ອມກັບນະໂຍບາຍພັດທະນາເສດຖະກິດ, ສັງຄົມ.
ບັນດາຄວາມມານະພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານບັນດານະໂຍບາຍຮັບປະກັນຊີວິດສັງຄົມຂອງຫວຽດນາມ ພວມໄດ້ຮັບການຍູ້ແຮງ, ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ. ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄດ້ຮັບການຢັ້ງຢືນວ່າ ແມ່ນວຽກງານຂອງທັງຜູ້ຊາຍ ແລະ ແມ່ຍິງ ເຊິ່ງມີທີ່ຕັ້ງ, ບົດບາດສະເໝີກັນ, ໄດ້ສ້າງເງື່ອນໄຂສະດວກ ແລະ ກາລະໂອກາດພັດທະນາກຳລັງຄວາມສາມາດຂອງຕົນໃຫ້ແກ່ການພັດທະນາຂອງປະຊາຄົມຂອງຄອບຄົວ ແລະ ໄດ້ຮັບການຊົມໃຊ້ ໝາກຜົນຂອງການພັດທະນານັ້ນຢ່າງສະເໝີກັນ. ຫວຽດນາມ ໄດ້ຮັບການຕີລາຄາຈາກບັນດາອົງການຈັດຕັ້ງສາກົນວ່າ ແມ່ນປະເທດລົບລ້າງຊ່ອງຫວ່າງ ລະຫວ່າງຍິງ - ຊາຍ ໄວທີ່ສຸດໃນໄລຍະ 20 ປີຜ່ານມາ.
TAG
VOV/VOVworld/ແຮງງານຍິງ
Related








