ສຸມໃສ່ສ້າງສະຖຽນລະພາບເສດຖະກິດມະຫາພາກ, ປະຕິບັດສໍາເລັດແຜນການພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ໄລຍະ 5 ປີ ແຕ່ປີ 2016 – 2020
21/10/2019 09:12
(VOVWORLD) - ສະພາບການເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນໄລຍະ 9 ເດືອນຕົ້ນປີ 2019 ສືບຕໍ່ບັນລຸໄດ້ບັນດາໝາກຜົນທີ່ຮອບດ້ານພໍສົມຄວນ: ການເຕີບໂຕບັນລຸລະດັບສູງພໍສົມຄວນ, ເສດຖະກິດມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ ໄດ້ຮັບການຄວບຄຸມເປັນຢ່າງດີ, ບັນດາພາກສ່ວນສໍາຄັນຂອງພື້ນຖານເສດຖະກິດໄດ້ຮັບການປັບປຸງ, ຊີວິດສັງຄົມໄດ້ຮັບຄວາມເອົາໃຈໃສ່ ແລະ ຮັບປະກັນ, ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບການຍົກສູງຂຶ້ນ. ປີ 2019 ແມ່ນປີທີ 2 ຢ່າງລຽນຕິດທີ່ຫວຽດນາມ ບັນລຸ ແລະ ລື່ນກາຍບັນດາຕົວເລກຄາດໝາຍຕົ້ນຕໍທັງໝົດ ໂດຍສະພາແຫ່ງຊາດໄດ້ມອບໝາຍໃຫ້; ແມ່ນພື້ນຖານອັນໝັ້ນແກ່ນ ເພື່ອປະຕິບັດສໍາເລັດແຜນການພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ໄລຍະ 5 ປີ 2016 – 2020.
ສະເໜີບົດລາຍການກ່ຽວກັບໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2019; ແຜນການພັດທະນາເສດຖະກິດ-ສັງຄົມປີ 2020 ໃນວາລະໄຂກອງປະຊຸມສະໄໝສາມັນຄັ້ງທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຄາດວ່າຈະປະຕິບັດສໍາເລັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມປີ 2019 ຢ່າງຮອບດ້ານ. ນີ້ແມ່ນປີ ທີ 2 ຢ່າງລຽນຕິດ ເຊິ່ງຫວຽດນາມບັນລຸ ແລະ ລື່ນການທັງໝົດ 12 ຕົວເລກຄາດໝາຍຕົ້ນຕໍ, ໃນນັ້ນ ມີ 5 ຄາດໝາຍບັນລຸລື່ນກາຍຄາດໝາຍທີ່ໄດ້ວາງອອກ.
TAG
VOV/VOVworld/ສະພາແຫ່ງຊາດ/ເສດຖະກິດ/ສັງຄົມ/ເສດຖະກິດມະຫາພາກ/ໄພເງິນເຟີ້
Related








