ສຸມໃສ່ເຈດຈຳນົງ, ແຫຼ່ງກຳລັງໃຫ້ແກ່ການພັດທະນາແບບຍືນຍົງ
13/09/2019 07:07
(VOVWORLD) - ກອງປະຊຸມປະຈຳປີກ່ຽວກັບການພັດທະນາແບບຍືນຍົງ, ແມ່ນໜຶ່ງໃນບັນດາກອງປະຊຸມສຳຄັນທີ່ສຸດຂອງລັດຖະບານໃນປີນີ້, ໂດຍສະພາແຫ່ງລັດກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງຈັດຕັ້ງຂຶ້ນໃນວັນທີ 12 ກັນຍາ ຢູ່ຮ່າໂນ້ຍ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນຢ່າງແຮງວ່າ: ໃນສິບປີຈະມາເຖິງ ຫວຽດນາມ ຈະສືບຕໍ່ສຸມໃສ່ທັງເຈດຈຳນົງ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ເປົ້າໝາຍພັດທະນາແບບຍືນຍົງກ່ວາ. (ພາບປະກອບ) ການພັດທະນາແບບຍືນຍົງລະຫວ່າງເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມ ທັງແມ່ນຄວາມຕ້ອງການຢ່າງຮີບດ່ວນ, ທັງແມ່ນທ່າອ່ຽງຈຳເປັນຂອງ ຫວຽດນາມ. ສະນັ້ນ, ໄປພ້ອມກັບບັນດາມະຕິຂອງພັກ, ລັດຖະບານທີ່ໄດ້ປະກາດໃຊ້ແຜນການດຳເນີນງານລະດັບຊາດໂດຍໄວ ເພື່ອປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ. ໃນນັ້ນ, ຫວຽດນາມ ໄດ້ວາງອອກ 115 ເປົ້າໝາຍລະອຽດ ໃນທຸກຂົງເຂດເສດຖະກິດ - ສັງຄົມ - ສິ່ງແວດລ້ອມນັບແຕ່ນີ້ຈົນຮອດປີ 2030.
TAG
VOV/VOVworld/ສຸມໃສ່ເຈດຈຳນົງ/ແຫຼ່ງກຳລັງ/ການພັດທະນາແບບຍືນຍົງ
Related








